ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຖາມແດ່ - website phasalao.activeboard.com ແມ່ນເຈົ້າດຽວກັນກັບ pasalao.activeboard.com ບໍ?
Anonymous

Date:
ຂໍຖາມແດ່ - website phasalao.activeboard.com ແມ່ນເຈົ້າດຽວກັນກັບ pasalao.activeboard.com ບໍ?
Permalink   

ເພາະວ່າຊື່ຄືກັນ ຕ່າງແຕ່ຕົວອັກສອນ P ເທົ່ານັ້ນ

__________________
Anonymous

Date:
RE: ຂໍຖາມແດ່ - website phasalao.activeboard.com ແມ່ນເຈົ້າດຽວກັນກັບ pasalao.activeboard.com ບໍ?
Permalink   

Anonymous wrote:

ເພາະວ່າຊື່ຄືກັນ ຕ່າງແຕ່ຕົວອັກສອນ P ເທົ່ານັ້ນ

 ຂໍໂທດ  ຕ່າງແຕ່ຕົວອັກສອນ h ບໍແມ່ນ p ເທົ່ານັ້ນ

__________________

ລະດັບອາວຸດໂສ

Status: Offline
Posts: 384
Date:
Permalink   

This forum and pasalao .activeboard are not the same webmaster.

__________________
Anonymous

Date:
Permalink   

khonlao2007 wrote:

This forum and pasalao .activeboard are not the same webmaster.

 ຖາມອີກແດ່ ພວກເຮົາສາມາດ ຕັ້ງກະທູ້ກ່ຽວກັບ ທໍາມະ ໄດ້ບໍ? ເພາວ່າ ມີຄົນຕັ້ງກະທູ້ທໍາມະ (ພຸດທະສາສະໜາ) ຢູ່ໃນ website   pasalao.activeboard.com

ແມ່ນຈະຖືກລຶບຖິ້ມ ໂດຍ webmaster ເກືອບທັງໝົດ

ຖ້າໄດ້ ຫຼື ບໍ່ໄດ້ກໍ່ໃຫ້ເຫດຜົນແດ່ ເພາະພວກເຮົາກໍ່ຈະບໍ່ເອົາກະທູ້ກ່ຽວກັບທໍາມະລົງໃນທີ່ນີ້

__________________

ລະດັບອາວຸດໂສ

Status: Offline
Posts: 384
Date:
Permalink   

anything, if you think is useful, sorry I can't type Lao on this pc

 ຂ້ອຍແມ່ນສະມາຊິກສາມັນ,ບໍ່ເຫັນດີທີ່ຈະມີລາຍການກະທູ້ທັມມະທີ່ນີ້.ຖ້າພວກເຂົາສົນໃຈເຂົາຈະໄປສະແຫວງຮຽນຮູ້ເອງດອກ.

ໂດຽສເພາະພວກຢາກໄປສວັນດ້ວຍຄວາມເຊື່ອງົມງວຍ.

__________________
Anonymous

Date:
Permalink   

 ຂ້ອຍແມ່ນສະມາຊິກສາມັນ,ບໍ່ເຫັນດີທີ່ຈະມີລາຍການກະທູ້ທັມມະທີ່ນີ້.ຖ້າພວກເຂົາສົນໃຈເຂົາຈະໄປສະແຫວງຮຽນຮູ້ເອງດອກ.

ໂດຽສເພາະພວກຢາກໄປສວັນດ້ວຍຄວາມເຊື່ອງົມງວຍ.

 ກະຍ້ອນແນວນີ້ແຫລະ ຜູ້ທີ່ບໍ່ຮູ້ທໍາມະຍ່ອມເບິ່ງທໍາມະເປັນສິ່ງທີ່ບໍ່ມີປະໂຫຍດ ຄິດວ່າເປັນເລື່ອງງົມງວາຍ ນັ້ນແມ່ນທ່ານຄິດຜິດຢ່າງມະຫັນ ຄວາມຈິງແລ້ວ ກ່ອນທ່ານຈະຕັດສິນວ່າທໍາມະເປັນສິ່ງທີ່ດີ ຫຼື ບໍ່ດີ ນັ້ນ

ທ່ານຍ່ອມເອົາພຽງຄວາມຄິດຂອງຕົນເອງຝ່າຍດຽວມາຕັດສິນ ເຊິ່ງສ່ວນຫລາຍແລ້ວແມ່ນຄົນຈະຕັດສິນທໍາມະໄປໃນລົບຫລາຍກວ່າ

ເພາະສະນັ້ນ ຈໍາເປັນຢ່າງຍິ່ງທີ່ຈະຕ້ອງເອົາທໍາມະທີ່ຖືກຕ້ອງມາເຜີິຍແຜ່ ແລະ ຊີ້ແຈງໃຫ້ຄົນໄດ້ຮູ້ຈັກ ແລະ ເຂົ້າໃຈ ເລັງເຫັນປະໂຫຍດທີ່ຈະໄດ້ຈາກທໍາມະ

ຄວາມຈິງແລ້ວທໍາມະບໍ່ແມ່ນສິ່ງທີ່ງົມງວາຍເລີຍ ກົງກັນຂ້າມທຳມະທີ່ແທ້ນັ້ນແມ່ນໃຫ້ແຕ່ຄວາມຮູ້ ຄວາມສະຫລາດແກ່ຄົນລ້ວນໆ

ທ່ານຕ້ອງແຍກໃຫ້ອອກວ່າທໍາມະທີ່ແທ້ຈິງຄືຫຍັງ?  ຢ່າເອົາການກະທໍາທີ່ງົມງວາຍຂອງຊາວບ້ານມາບວກໃສ່ກັບທໍາມະ ເຊິ່ງພຸດທະສາສະໜາບໍ່ໄດ້ສອນໄວ້ເລີຍ ແຕ່ເຂົາພາກັນງົມງວາຍເອງ

ຜູ້ທີ່ສຶກສາຈິງແລ້ວຈະເຂົ້າໃຈດ້ວຍຕົນເອງວ່າ ການງົມງວາຍ ກັບທໍາມະທີ່ແທ້ ນັ້ນແຕກຕ່າງກັນຢ່າງສິ້ນເຊິງ

ຈິງຫຼືບໍ່ຈິງເຮົາພິສູດໄດ້ທັງໝົດ ແຕ່ຕ້ອງມີຂັ້ນມີຕອນ ມີບາດກ້າວຂອງມັນ ບໍ່ແມ່ນວ່າຟັງທໍາມະມື້ດຽວໜຶ່ງກະຈະບັນລຸທໍາໂລດ ເປັນໄປໄດ້ຍາກສຸດ ຂໍພຽງແຕ່ໃຊ້ການຕັດສິນດ້ວຍເຫດ ແລະ ຜົນ

ບວກ ກັບປັນຍາ ເທົ່ານີ້ທຸກຢ່າງກໍ່ຈະຄ່ອຍກະຈ່າງແຈ້ງຂຶ້ນມາເອງດອກ ... ທໍາມະທີ່ແທ້ຈິງນັ້ນ ພຣະພຸທທະເຈົ້າຕ້ອງການໃຫ້ຄົນເຮົາພິສູດກ່ອນທີ່ຈະເຊື່ອ ບໍ່ແມ່ນຟັງແລ້ວໃຫ້ເຊື່ອໂລດ

ອັນນັ້ນເຂົາເອີ້ນວ່າຄົນບໍ່ຢາກໃຊ້ປັນຍາ ...

__________________
Anonymous

Date:
Permalink   

khonlao2007 wrote:

anything, if you think is useful, sorry I can't type Lao on this pc

 ບໍ່ເປັນຫຍັງ ຂ້ອຍເຂົ້າໃຈພາສາອັງກິດ ແລະ ຂອບໃຈທີ່ໃຫ້ຄຳແນະນຳ

ເມື່ອກ່ອນຂ້ອຍກໍ່ເປັນຄົນທີ່ເຄີຍເວົ້າດູຖູກສາສະໜາພຸດ ຄິດວ່າເປັນສິ່ງທີ່ງົມງວາຍ ເພາະວ່າ ພໍ່ແມ່ພີ່ນ້ອງໃຜກໍ່ມັກເຂົ້າວັດ

ສະນັ້ນຂ້ອຍຈຶ່ງເກີດຄວາມເບື່ອ ເພາະສິ່ງທີ່ເພີ່ນກະທຳນັ້ນມັນບໍ່ມີເຫດຜົນ ສະນັ້ນຂ້ອຍຈຶ່ງເລີ່ມຈາກຈຸດນີ້ນີ້ເອງໃນການເລີ່ມສຶກສາທໍາມະ

ເພາະຂ້ອຍຕ້ອງການຄວາມຈິງວ່າສາສະໜາພຸດ ຕົກລົງວ່າງົມງວາຍ ຫຼືບໍ່ງົມງວາຍກັນແທ້ ສຶກສາມາໄດ້ປະມານ 4 ປີນີ້ແລ້ວ

ສຸດທ້າຍຈຶ່ງເຂົ້າໃຈວ່າ ທໍາມະເປັນສິ່ງທີ່ຈຳເປັນ ແລະ ສໍາຄັນກັບຄົນເຮົາທຸກຄົນເລີຍ

ເພາະວ່າຄົນເຮົາເກີດມາພ້ອມກັບຄວາງບໍ່ຮູ້ + ຄວາມໂງ່ຢູ່ແລ້ວ ຄົນເຮົາເກີດແກ່ເຈັບຕາຍຢູ່ຊູ່ມື້ ແຕ່ຄົນທັງຫລາຍກໍ່ບໍ່ຮູ້ຫຍັງເລີຍ

ຕາຍກໍ່ຕາຍໄປຊື່ໆ ....

ສະນັ້ນມາດຽວນີ້ຂ້ອຍເຫັນຄຸນປະໂຫຍດແນວນີ້ແລ້ວ ແລ້ ເຂົ້າໃຈພຸດທະສາສະໜາແລ້ວ ຂ້ອຍຈຶ່ງຢາກເຜີຍແຜ່ແບ່ງປັນ ແລະ ໃຫ້ຄວາມຮູ້ແກ່ຄົນອື່ນຜູ້ທີ່ຍັງບໍ່ທັນຮູ້ຈັກທໍາມະ

ຫຼື ຜູ້ຮູ້ແລ້ວ ແຕ່ຍັງເຂົ້າໃຈຜິດຫລາຍອັນຢູ່ ຫຼື ໄປໃນທາງທີ່ງົມງວາຍ ເຫຼ່ານີ້ແມ່ນຕ້ອງການທຳມະຂອງຈິງ ທີ່ເປັນຈິງແທ້ມາໃຫ້ ...

 ທ່ານເຫັນຄວາມຈິງແລ້ວ ຢາກເອົາຄວາມຈິງໄປໃຫ້ເຂົາຮູ້ ແຕ່ສັງຄົມມານບໍ່ມັກຄວາມຈິງ ເຮົາກໍພາກັນມາສົນທະນາໃນຫ້ອງເທບ ຫ້ອງນີ້ເຮົາມາເວົ້າກັບສັງຄົມເທບກ່ອນ ຈັກໜ່ອຍມານພວກນັ້ນມັນຈະເຫັນຄວາມຈິງເອງດອກ 

__________________
Anonymous

Date:
Permalink   

Anonymous wrote:

ເພາະວ່າຊື່ຄືກັນ ຕ່າງແຕ່ຕົວອັກສອນ P ເທົ່ານັ້ນ

 Please keep your mouth shut , just enjoy it comrade

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us

Create your own FREE Forum
Report Abuse
Powered by ActiveBoard