ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ວຽດລ້າງສະໝອງລາວທຸກດ້ານ
Anonymous

Date:
ວຽດລ້າງສະໝອງລາວທຸກດ້ານ
Permalink   


ໜັງສືພິມຜູ້ແທນປະຊາຊົນລາວ-ຫວຽດນາມຮ່ວມເຝິກອົບຮົມການຂຽນຂ່າວ

 


 
     ໃນລະຫວ່າງວັນທີ 9-14 ມິຖຸນານີ້, ຄະນະໜັງສືພິມຜູ້ແທນປະຊາຊົນສະພາແຫ່ງຊາດລາວ ແລະ ສສ ຫວຽດນາມ ໄດ້ ຮ່ວມກັນເຝິກອົບຮົມວຽກງານການຂຽນຂ່າວໜັງສືພິມຂຶ້ນທີ່ແຂວງແທງຮວ່າ ສສ ຫວຽດ ນາມ. ຝ່າຍລາວນຳຄະນະໂດຍ ສະຫາຍ ທອງດາ ສຸພາສິດ ຫົວ ໜ້າກົມສື່ມວນຊົນສະພາແຫ່ງຊາດທັງເປັນບັນນາທິການໜັງສືພິມຜູ້ແທນປະຊາຊົນ ພ້ອມ ຄະນະ 25 ສະຫາຍເຂົ້າຮ່ວມ ເພື່ອສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບທັກສະການຂຽນຂ່າວ, ຂຽນບົດສືບ ສວນ, ບົດສຳພາດ ແລະ ບົດຂ່າວວຽກດີຄົນເດັ່ນທັງເປັນການສ້າງຄວາມຮັບຮູ້ໃໝ່ໃນການເປັນນັກຂ່າວຈາກບົດຮຽນ ແລະ ປະສົບການຂອງ ສສ ຫວຽດນາມ.
     ໃນໄລຍະເຝິກອົບຮົມ, ຄະນະບັນນາທິການຂອງສອງໜັງສືພິມຜູ້ແທນປະຊາຊົນລາວ-ຫວຽດນາມໄດ້ພົບປະແລກປ່ຽນ ບົດຮຽນກ່ຽວກັບການຈັດຈຳໜ່າຍໜັງສືພິມເພື່ອກຽມຄວາມພ້ອມທີ່ຈະລົງພິມໜັງສືພິມຜູ້ແທນປະຊາຊົນຂອງລາວອອກ ແລະ ຮຽນຮູ້ປະສົບການຂອງວຽກງານບັນນາທິການ, ເນື້ອໃນ, ຄໍລຳ, ການຕະຫລາດ ແລະ ກົນໄກການເຮັດວຽກແຕ່ລະ ພະແນກການຂອງໜັງສືພິມ ແລະ ໃນໂອກາດນີ້, ຄະນະໜັງສືພິມຜູ້ແທນປະຊາຊົນສະພາແຫ່ງຊາດ ສສ ຫວຽດນາມ ໄດ້ມອບຄອມພິວເຕີ ຈຳນວນ 10 ຊຸດ ໃຫ້ໜັງສືພິມຜູ້ແທນປະຊາຊົນສະພາ ແຫ່ງຊາດລາວເພື່ອຮັບໃຊ້ເຂົ້າໃນວຽກງານຂອງ ຕົນມີຄວາມສະດວກດີຂຶ້ນ.


__________________
Anonymous

Date:
Permalink   

ຖ້າບໍ່ຍົກເລີກສັນຍາພິເສດລາວ-ຫວຽດນາມ ທີ່ໄກສອນເຊັນກັບຟາມວັນດົງ

ໃນວັນທີ 17 ກໍຣະກົດ 1977, ຫວຽດຈະຍັງສືບຕໍ່ລ້າງສະໝອງລາວແບບນີ້

ໄດ້ຕລອດໄປ.



__________________
Anonymous

Date:
Permalink   

Anonymous wrote:

ຖ້າບໍ່ຍົກເລີກສັນຍາພິເສດລາວ-ຫວຽດນາມ ທີ່ໄກສອນເຊັນກັບຟາມວັນດົງ

ໃນວັນທີ 17 ກໍຣະກົດ 1977, ຫວຽດຈະຍັງສືບຕໍ່ລ້າງສະໝອງລາວແບບນີ້

ໄດ້ຕລອດໄປ.


 ລຶບລ້າງບໍ່ໄດ້ ເພາະຄວາມໂງ່ງ່າວຕ່າວຕຸນຂອງ ໄກສອນ ພົມວິຫານ ທີ່ເຊັນສັນຍາແບບບໍ່ມີວັນສິ້ນສຸດຂອງສັນຍາ. 

 



__________________
Anonymous

Date:
Permalink   

ວຽດໜ້າຈະລ້າງຂອງເມຍຜູ້ນຳດ້ວຍຄົງເໝາະສົມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard