ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: CCTV ຈະຖ່າຍທຳສາ ລະຄະດີສະເໜເມືອງລາວ
Anonymous

Date:
CCTV ຈະຖ່າຍທຳສາ ລະຄະດີສະເໜເມືອງລາວ
Permalink   


ເຊື່ອວ່າຫລັງຈາກນຳໄປສາຍໃນຈີນຈະເຮັດໃຫ້ຊາວຈີນຜູ້ຮັ່ງມີສົນໃຈມາທຽ່ວແລະ

ທຳທຸລະກິດທີ່ມີປະໂຫຍດສຳລັບຄົນລາວ

 

 

ບໍລິສັດ ຟາງເຕີ ການລົງທຶນລາວ ຈຳກັດ ຮ່ວມມືກັບໂທລະ ພາບ CCTV ສປ ຈີນ ໂທລະພາບລາວ ກົມເສດຖະກິດ ກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງໃນກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກຽມຖ່າຍທຳ ສາລະຄະດີຊຸດໃຫຍ່ກ່ຽວກັບຄວາມງາມ ຮີດຄອງ ປະເພນີ ແຜນການ ແລະ ຄວາມ ຫວັງ ດ້ານເສດຖະກິດຂອງລາວເພື່ອເຜີຍແຜ່ອອກສູ່ສາຍຕາໂລກ.

   ກອງປະຊຸມຫາລືການຖ່າຍ ທຳສາລະຄະດີຊຸດດັ່ງກ່າວນີ້ໄດ້ ຈັດຂຶ້ນເມື່ອວັນທີ 12 ມິຖຸນາ 2014ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ພາຍໃຕ້ການເປັນປະທານ ຂອງທ່ານ ພັນເອກ ຄຳມີ ຫຼ້າບຸນທັນ ຫົວໜ້າກົມເສດຖະກິດ ກະຊວງປ້ອງກັນ ປະເທດ ທ່ານ ດຣ. ບຸນຈອມ ວົງເພັດ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງ ຂ່າວວັດ ທະນະທຳ ແລະ ທ່ອງທ່ຽວ ສ່ວນຝ່າຍຈີນປະກອບດ້ວຍ Mr Fan Yan ອຳ ນວຍການ ບໍລິສັດ ຟາງເຕີ ການລົງທຶນລາວ ຈຳກັດ ພ້ອມດ້ວຍຜູ້ຕາງໜ້າ ຈາກ CCTV ເຂົ້າຮ່ວມ.
   ຜູ້ຕາງໜ້າໂທລະພາບ CCTV ກ່າວວ່າ: ການຖ່າຍທຳຄັ້ງນີ້ ມີ ທັງໝົດ 5 ຕອນ ແຕ່ລະຕອນ ຄວາມຍາວປະມານ 15 ນາທີ ປະກອບມີ: ຕອນທີ 1. ນິໄສໃຈຄໍ ຂອງ ຄົນລາວ ພ້ອມກັບແນະນຳ ຮີດຄອງປະເພນີໂດຍລວມ 2. ແນະນຳກ່ຽວກັບການ ຄ້າການລົງທຶນ ແລະ ຮີດຄອງໃນ ສປປ ລາວ 3. ປະຫວັດຄວາມໜ້າເຊື່ອ ຖືຂອງ ຄົນລາວທີ່ມີຕໍ່ສາສະໜາ ພຸດທີ່ມີມາຢ່າງຍາວນານ 4. ນັກທ່ອງທ່ຽວ ຈີນ ເຂົ້າມາ ລາວລວມ ທັງເສັ້ນທາງຄົມມະນາຄົມທີ່ເຂົ້າ ຫາແຫຼ່ງທ່ອງທ່ຽວທີ່ສຳຄັນ ຕ່າງໆໃນ ທົ່ວປະເທດ ແລະ 5. ແນະນຳແຜນການ ແລະ ຄວາມຫວັງໃນອະນາຄົດທາງດ້ານ ເສດຖະກິດ ພ້ອມທັງ ປະກອບສາຍພົວພັນລະຫວ່າງລາວ-ຈີນ ຮ່ວມນຳດ້ວຍ.
   ຖ້າຫາກສາລະຄະດີຊຸດດັ່ງກ່າວນີ້ ສຳເລັດສົມບູນແບບຈະຖືກນຳໄປສາຍໃນໂທ ລະພາບ ຂອງ ສປ ຈີນ ຈຳນວນ 3 ຊ່ອງ ມີທັງພາກພາສາຈີນ ພາສາອັງກິດ ພາສາ ລາວ ຈາກນັກພາກທີ່ມີຊື່ສຽງຜົນງານໂດດເດັ່ນກ່ອນ ຈະຖືກນຳມາສາຍ ໃນສປປ ລາວ ສາລະຄະດີຊຸດນີ້ຈະເນັ້ນຖ່າຍສະເພາະແຕ່ສະຖານທີ່ສຳຄັນທີ່ເລືອກໄວ້ແລ້ວ ເທົ່ານັ້ນ ລວມທັງຕົວລະຄອນທີ່ເປັນນັກສະແດງຈະຕ້ອງໄດ້ຖ່າຍທອດອາລົມອອກ ມາຢ່າງສົມບູນແບບ.


__________________
Anonymous

Date:
Permalink   

ສປປ ລາວ ຈ້າງເຂົາມາຖ່າຍທຳໃຫ້ຫວາ? ຫຼືເຂົາມາເອງ  ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard