ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ອຽ່ນມີຫູ
Anonymous

Date:
ອຽ່ນມີຫູ
Permalink   


10366144_652322324835807_2695118277708564392_n.jpg

ສະໄໝຍາມເປັນເດັກ ມັກຕອນອຽ່ນກິນເບັດ ເພາະມັນຈະພັນແລະດຶງກົກເຂົ້າແລະຫຍ້າອອ້ມຮອບຄັນເບັດຢ່າງຫັດສະຈັນ

ບາງຄັ້ງກໍ່ຫລຸດແລະບາງຄັ້ງໄປບໍ່ຫລອດ. ສະໄໝຍັງນອ້ຍເຄີຍໄດ້ຍິນຜູ່ຄົນໂສກັນວ່າອຽ່ນບາງໂຕໃຫ່ຍຫລາຍຈົນມີຫູ  ແມ່ນແທ້ບໍ???



__________________
Anonymous

Date:
Permalink   

ຄົນໃນຄອບຄົວຂ້ອຍມັກກິນອ່ຽນແລະກໍໄປຫາຈົກອ່ຽນຕາມຫ້ວຍຕາມຮ່ອງມາກິນເປັນປະຈຳ. ຂ້ອນອາຍຸປະມານ 7-8

ປີໃນປິ 1971 ແລະໄດ້ໄປຫາຈົກອ່ຽນນຳອ້າຍຂ້ອຍຢູ່ຫົວຫ້ວຍຊຶ່ງໄກຈາກບ້ານກໍປະມານ 8 ຫລັກ. ຂ້ອຍເປັນຄົນຖືຄ້ອງ

ອ່ຽນໃຫ້ອ້າຍຂ້ອຍ ພາກັນຈົກຂຶ້ນໄປຂຶ້ນໄປແລະກໍໄດ້ອ່ຽນເກືອບຈະເຕັມຂ້ອງແລະກໍຕຽວຈະກັບບ້ານແລ້ວ.  ອ້າຍຂ້ອຍ

ຈົກອີກບ່ອນໜຶ່ງເພື່ອເປັນບ່ອນສຸດທ້າຍປະກົດວ່າຈັບອ່ຽນໄດ້ຫລາຍທີ່ສຸດ ຈົກລັງບ່ອນໃດ ຄາວໃກກໍໄດ້ມີແຕ່ໂຕບັກ

ໃຫຍ່ ໄດ້ຂຶ້ນມາເທື່ອລະໂຕສອງໂຕ ແລະມົ້ງທີ່ອ້າຍຂ້ອຍຈົກລົງໄປນັ້ນຄືກັນກັບເປັນໂຄ້ນໄມ້ທີ່ມີດິນຕົມມາປົກຫຸ້ມແລະມີ

ຜັກກູດຫ້ວຍເກີດອ້ອມລ້ອມຢູ່. ອ້າຍຂອຍບອກຂ້ອນໃຫ້ຕຽວຈັວອ່ຽນຊ່ອຍກັນເພາະລາວຈະໄງ້ໂຄ້ນໄມ້ນັ້ນຂຶ້ນເພາະລາວ

ພໍ້ອ່ຽນຢູ່ກ້ອງນັ້ນບັກຫລາຍ, ພໍລາວໄງ້ວ່າແມ່ນໂຄ້ນໄມ້ນັ້ນຂຶ້ນມາ ມັນບໍ່ແມ່ນໂຄ້ນໄມ້ ແຕ່ມັນເປັນຊາກສົບຄົນຕາຍ

ເປັນທະຫານເພາະຮູ້ໄດ້ຈາກເຄື່ອງນຸ່ງແລະເກີບທະຫານອ້າຍນ້ອງ. ເບິ່ງອ່ຽນຫລັ່ງອອກມາຈາກຊາກສົບນັ້ນເປັນຮ້ອຍໂຕ

ອ້າຍຂ້ອຍຈັບເອົາແຂນຂ້ອຍແລະໂຍນຄ້ອງອ່ຽນນັ້ນຖີ້ມແລ້ວກໍພາກັນແລ່ນກັບບ້ານທັນທີ. ມາຮອດບ້ານກໍໄປແຈ້ງພໍ່

ບ້ານ ເພິ່ນກໍໄປນຳເອົາຊາກສົບນັ້ນມາຝັງແລະທຳພິທີສົ່ງສະການຕາມປະເພນີ. ເພິ່ນຍັງພໍາປືນອາກາໜຶ່ງກະບອກ ໜາກ

ແຕກຄ້ອນສອງໜ່ວຍ ຝັກລູກປືນສາມອັນຢູ່ຂ້າງຊາກສົບທະຫານຄົນນັ້ນ.

ນັບຕັ້ງແຕ່ນັ້ນມາຄອບຄົວໝູ່ຂ້ອຍທີ່ມັກກິນອ່ຽນແມ່ນເຊົາກິນມາແຕ່ປີນັ້ນເປັນຕົ້ນມາເຖິງທຸກວັນນີ້.



__________________
Anonymous

Date:
Permalink   

ຖ້າເດົາບໍ່ຜິດ ເພິ່ນຄົງຈະໝາຍເຖິງຂ້ອງເພາະຄ້ອງແມ່ນຊື່ດົນຕຣີພືືນເມືອງລາວ



__________________
Anonymous

Date:
Permalink   

somebody doesn't eat EN. because en is dirty and they love to eat any dirty meat.

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard