ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຄຶດແນວໃດຕໍ່ຂ່າວນີ້?
Anonymous

Date:
ທ່ານຄຶດແນວໃດຕໍ່ຂ່າວນີ້?
Permalink   


ໄດ້ມາຈາກໜັງສືພິມວຽງຈັນໄໝ່.

ມອບ-ຮັບໜ້າທີ່ຫົວໜ້າກົມພົວພັນຄົນເຊື້ອຊາດລາວ

ເພື່ອ​ແນໃສ່​ໃຫ້​ການຈັດຕັ້ງປະຕິບັດ​ວຽກ​ງານ​ ໃຫ້​ມີ​ຄວາມສອດຄ່ອງ ແລະ ຕອບ​ສະໜອງໄດ້ ​ໜ້າທີ່​ການເມືອງ​ໄລຍະ​ໃໝ່ ວັນ​ທີ 13 ຕຸລາ 2014 ຢູ່​ທີ່​ກະຊວງ​ການ​ຕ່າງປະເທດ ໄດ້​ມີ​ພິທີມອບ-ຮັບ​ໜ້າທີ່​ຫົວໜ້າ​ກົມ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະເທດ ລະຫວ່າງ​ທ່ານ ທວນ ວໍລະສານ (ຜູ້​ເກົ່າ) ທີ່​ອອກ​ພັກຜ່ອນຮັບ​ເບ້ຍ​ບຳນານ​ຕາມ​ລະບຽບການ​ຂອງ​ຂັ້ນ​ເທິງ ແລະ ທ່ານ ສຸວັນ​ນາ ຜຸຍ​ຍະ​ວົງ (ຜູ້​ໃໝ່) ໃຫ້ກຽດ​ເຂົ້າ​ຮ່ວມ​ພິທີ​ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະ​ມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ພ້ອມດ້ວຍ​ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ ຫົວໜ້າ​ກົມ ຫ້ອງການ ແລະ ພະນັກງານ-ວິຊາ​ການກ່ຽວຂ້ອງ.

ໂອກາດ​ດັ່ງກ່າວ ທ່ານ​ລັດ​ຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະເທດ ໄດ້​ສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ​ຕໍ່​ຜົນສຳເລັດ​ອັນ​ຍິ່ງໃຫຍ່ ​ທີ່​ທ່ານ​ຫົວໜ້າ​ກົມ​ຜູ້​ເກົ່າຍາດ​ມາ​ໄດ້ ຕະຫຼອດ​ໄລຍະ​ຊຸມ​ປີຜ່ານ​ມາ ເຊິ່ງ​ໄດ້​ເຮັດ​ໃຫ້​ວຽກ​ງານການ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່ຕ່າງປະເທດ ​ມີ​ຄວາມ​ເຕີບ​ໃຫຍ່ຂະຫຍາຍຕົວ​ເປັນ​ກ້າວໆ ເປັນຕົ້ນແມ່ນ ການ​ຄຸ້ມ​ຄອງ-ຊ່ວຍເຫຼືອແກ້​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ກັບຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ແດນ ແລະ ວຽກ​ງານ​ການ​ເສີມ​ສ້າງຄວາມ​ສາມັກຄີ​ປອງ​ດອງ ພ້ອມນີ້ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຫົວໜ້າ​ກົມ​ຜູ້​ໃໝ່ ສືບຕໍ່​ປະຕິບັດ​ໜ້າທີ່​ອັນ​ສຳຄັນ ແລະ ມີ​ກຽດ​ຄັ້ງ​ນີ້ ໃຫ້​ເອົາໃຈໃສ່​ໂຄສະນາ​ປຸກ​ລະດົມ​ໃຫ້​ພີ່ນ້ອງ​ເຊື້ອ​ຊາດ​ລາວ ​ໄດ້ຮັບ​ຮູ້-ເຂົ້າໃຈ​ເລິກເຊິ່ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ ແລະ ລັດຖະບານ ເພື່ອ​ສ້າງ​ໃຫ້​ເຂົາເຈົ້າ​ກັບ​ຄືນ​ມາ​ຢ້ຽມຢາມ ແລະ ຊອກ​ຊ່ອງ​ທາງ​ເຮັດ​ທຸລະ​ກິດ​ລົງທຶນ ເພື່ອ​ຊ່ວຍ​ກັນ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງ​ເຮື່ອງ​ຍິ່ງຂຶ້ນ​ຕື່ມ​ອີກ.

 



__________________
Anonymous

Date:
Permalink   

This's real communist goverment trying propaganda TO  all lao oversea.



__________________
Anonymous

Date:
Permalink   

ຂໍະແດງຄວາມຍິນດີນຳທ່ານສຸວັນນາ ຜຸຍຍະວົງ ແລະຂໍອ່ວຍພອນໃຫ້ທ່ານ

ຈົ່ງປະສົບກັບຜົນສຳເຣັດ.

ຖ້າມີຄວາມຈິງໃຈຢາກໃຫ້ຄົນລາວອົບພະຍົບໃນຕ່າງປະເທດກັບຄືນເມືອ

ປະກອບສ່ວນໃນສ້າງສາພັດທະນາກໍ່ຄວນປະຕິຮູບກົດຣັຖທັມນູນ ອອກ

ກົດໝາຍຮັບຮູ້ສອງສັນຊາດ ແລະຮັບປະກັນຄວາມປອດໄພຂອງເຂົາເຈົ້າ.



__________________
Anonymous

Date:
Permalink   

ມາເຖີດພີ່ນອ້ງ ມາສ້າງເມືອງລາວນຳກັນ

ມາສ້າງໄຮ່ເັດນາ ປູກເຂົ້າ ລຽ້ງປາ ລຽ້ງງົວ ລຽ້ງຫມູ ລຽ້ງເປັດໄກ່ 

ເຂົ້າຫນຽວລາວ ຫນຶ້ງແລວ້ ຫອມກຸ້ມທົ່ວບ້ານ 

ຍາມນີ້ ເຂົ້າຫລາມເຂົ້າໃຫມ່ ແຊບ

ປາດຸກນາ ປີ້ງມັນຈວາດໆ 

ປີ້ງໄກ່ໃສ່ຫົວຂ່າ ຫອມມັນ ຕົ້ມໄກ່ ໃສ່ໃບຫມາກຂາມອອ່ນ ແຊບເດ 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard