ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ສະບາຍດີປີໃໝ່ 2015
ທ້າວສຳຣານ

Date:
ສະບາຍດີປີໃໝ່ 2015
Permalink   


ຂ້າພະເຈົ້າເຂົ້າມາຢ້ຽມຢາມເວັບນີ້ເປັນປະຈຳ ຢ່າງນ້ອຍກໍ່ອາທິດນຶ່ງສອງເທື່ອ

ຖ້າເຫັນບົດສົນທະນາໃດໜ້າສົນໃຈກໍ່ຈະປະກອບຄຳເຫັນນຳຖ້າບົດນັ້ນບໍ່ອ່ອນໄຫວ

ທາງດ້ານການເມືອງເພາະຢ້ານຖືກຕຳນິທາງດ້ານແນວຄິດແນວນັ້ນແນວນີ້

ຖ້າປະກອບຄຳເຫັນແຕ່ບົດສົນທະນາກ່ຽວກັບເຕັກນິກແລະຫານບັນເທີງເທົ່ານັ້ນ.

ຕາມທີ່ສັງເກດເຫັນ ເວັບຂີ້ບໍ່ຄ່ອຍຄຶກຄື້ນເທົ່າທີ່ຄວນທັງໆທີ່ຫົວໜ້າເວັບເປີດໂອກາດ

ໃຫ້ປະກອບຄຳເຫັນໃນສະຖານະນາມແຝງ ບໍ່ຈຳເປັນຕ້ອງຈົດທະບຽນເໝືອນເວັບອື່ນ

ຖ້າພໍເປັນໄປໄດ້ ຂໍຮ້ອງໃຫ້ພີ່ນ້ອງລາວທີ່ມີສະຕິຊາດທຸກທ່ານເຂົ້າມາສ້າງບັນຍາກາດ

ປະກອບຄຳເຫັນນຳກັນແດ່, ຖ້າບໍ່ມີຫຍັງລົມແທ້ໆ ກໍ່ເອົາຮູບຜູ່ສາວລາວມາໂພສໃຫ້

ເບິ່ງແດ່ ງາມ ຂີ້ລ້າຍກໍ່ບໍ່ຕິ ຂໍພຽງແຕ່ເປັນສາວລາວ ເພາະໃນເມືອງທີ່ຂ້ອຍອາໃສຢູ່ນີ້

ຫາສາວລາວໃຫ້ເບິ່ງໃຫ້ແຍງຍາກຫຼາຍ ມີແຕ່ສາວຟິລິິປິນ ສາວໄທ ແລະສາວມາເລເຊຍ

ທີ່ມາຝຶກຫັດວຽກເຕັກນິກການແພດ ຖ້າລັດຖະບານລາວສົ່ງລູກຫຼານລາວມາຝຶກແອບ

ຂ້າພະເຈົ້າຄົງມີກຳລັງໃຈປະຕິບັດໜ້າທີ່ວຽກງານຢ່າງເຕັມທີ່.

ທ້າຍສຸດນີ້ ຂໍວິ້ງວອນຫາຄຸນພຣະສີຣັດຕະນະໄຕແລະພອນປະເສີດທັງປວງຈົ່ງເກີດມີ

ແດ່ພີ່ນ້ອງລາວທົ່ວທຸກມຸມໂລກດ້ວຍເຖີດ , ສາທຸ !



__________________
Anonymous

Date:
Permalink   

ປີໃຫມ່ ຟ້າໃຫມ່ ເດີ ພີ່ນອ້ງ

ການຕຳນິວິຈານອັນໃດ ກໍຂໍໃຫ້ຢູ່ໃນພຶ້ນຖານຄວາມເປັນຈິງ

ໂດຍສະເພາະການເມືອງລາວ ຜູ່ຈັດການເວັບຕອ້ງໄດ້ ຄວບຄຸມນຳແດ່ 

ແຕ່ຖ້າບັນຫາທີ່ກ່ຽວ ກັບ ການສໍ້ລາດ ບັງຫລວງ ຂໍໃຫ້ເປີດໂປງອອກມາ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard