ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ສາກົນຈະຊ່ອຍລາວນ້ອຍລົງ
ຫວດຫ້ຽນສ້ອຍ

Date:
ສາກົນຈະຊ່ອຍລາວນ້ອຍລົງ
Permalink   


ໄດ້ຍິນໝັດແໝວຈາກຜູ່ໃຫຍ່ໃນວົງການຣັຖບານເວົ້າກັນວ່າ ໃນອະນາຄົດໄວໆນີ້ສາກົນຈະຊ່ອຍລາວນ້ອຍລົງ

ຍ້ອນວ່າຣັຖບານລາວບໍ່ສາມາດເຮັດຕາມຄໍາໝັ້ນສັນຕະຍາບັນທີ່ທ່ານທອງລຸນ ສີສຸລິດ ໄດ້ຮັບປາກກັບອົງການ

ສະຫະປະຊາຊາດໃນເລື່ອງຍົກສູງສິດທິມະນຸດໃນລາວຊຶ່ງເຫັນໄດ້ຈາກການບັງຄັບໃຫ້ຫາບສາບສູນຂອງທ່ານ

ດຣ. ສົມບັດ ສົມພອນ.

ເມື່ອບໍ່ມີເງິນຊ່ອຍເຫລືອ, ກຸ່ມຜູ່ນໍາຜະເດັດການຕ້ອງໄດ້ຊອກຫາຊ່ອງທາງຫາເງິນໃໝ່ດ້ວຍການຄ້າຂາຍເຖື່ອນ

ຕ່າງໆເພື່ອສ້າງຄວາມຮັ່ງມີແກ່ຕົນແລະພັກພວກຊຶ່ງອາດຈະເປັນສາເຫດການຂັດແຍ່ງຕ່າງໆທີ່ຈະຕາມມາພາຍ

ຫລັງເໝືອນດັ່ງທີ່ເຫັນໃນປະເທດຈີນແລະວຽດນາມ.

ທ່ານຄິດວ່າແນວໃດ?



__________________
Anonymous

Date:
Permalink   

ເມືອການຊ່ວຍເຫລືອເປັນຈຳນວນເງີນມະຫາສານບໍໄດ້ປັບປຸງຊິວິດການເປັນຢູ່ຂອງປຊ ລາວ

ຕ່າງຊາດເຂົາກໍບໍສົນໃຈ ອີກຢ່າງນື່ງ ຢູໂຫລບເສດຖະກິດບໍດີ ນະໂຍບາຍຊ່ວຍເຫລືອບັນດາປະເທດດອ້ຍພັດທະນາອາດຈະຫລຸດລົງ

ເມື່ອເປັນແນວນັ້ນ ລາວຕອ້ງອາໃສຕົນເອງຫລາຍຂື້ນ ໂດຍປັບປຸງນະໂຍບາຍການລົງທືນຄືນໃໝ່

ຕັ້ງໃຈເປີດໃຫ້ຕ່າງປະເທດລ້າສັບພະຍາກອນທຳມະຊາດ ເຊັ່ນ ບໍ່ແຮ່ ຫລືອາດອານຸຍາດໃຫ້ຂາຍໄມ້ອອກ

ລັດອາດຂື້ນພາສີ

ລາວຍັງມີຈີນ ເຊິ່ງສາມາດໃຫ້ກູ້ຢືມເງີນແກ່ລາວ

 



__________________
Anonymous

Date:
Permalink   

ດ້ວຍເຫດນັ້ນລະ ເງີນເດືອນພະນັກງານຈື່ງບໍ່ອອກຕາມກຳໜົດ ລ້າຊ້າ

ຄືປະຈຸບັນເງີນປະຈຳເດືອນຂອງເດືອນຫ້າ ພະນັກງານລັດບໍ່ໄດ້ຮັບເທືອ່

ຈົນຈະເຂົ້າເດືອນຫົກແລ້ວ



__________________
Anonymous

Date:
Permalink   

ພວກ NGO ສລາດນ້ອຍກວ່າການນຳລາວ, ຂົນເອົາເງິນໄປຊ່ອຍປີນຶ່ງຫຼາຍຮ້ອນລ້ານໂດລາ

ດ້ວຍຄວາມຫວັງວ່າການນຳລາວຈະປະຕິຮູບດ້ານການເມືອງ ນຳພາປະເທດກ້າວໄປສູ່ປະຊາ

ທິປະໄຕຢ່າງແທ້ຈິງ ແຕ່ແລ້ວກໍ່ຖືກການນຳລາວຕອກກົ້ນຍ່າງເງ່ງເງະໜ້າລ່າຕາເຫຼືອງອອກ

ມາຄືກັບ SIDA ຫັ້ນລະ ຊ່ອຍຣັຖບານລາວມາແຕ່ປີ 1975 ແຕ່ສຸດທ້າຍການນຳລາວກໍ່ເຕະ

ຄົນຂອງ SIDA ອອກຈາກປະເທດລາວພາຍໃນ 24 ຊົ່ວໂມງ ແລະໃນທີສຸດ SIDA ກໍ່ຖອນ

ອອກຈາກລາວໃນປີ 2011.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard