ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ສຽງສະທ້ອນຈາກພະນັກງານຂັ້ນນ້ອຍໆ
Anonymous

Date:
ສຽງສະທ້ອນຈາກພະນັກງານຂັ້ນນ້ອຍໆ
Permalink   


ສຽງສະທ້ອນຈາກພະນັກງານຂັ້ນນ້ອຍໆ

ຂໍຮຽນ ທ່ານ ປະທານສະພາສູງສຸດ ໂດຍຜ່ານ ທ່ານ ລັດຖະມົນຕີ ກະຊວງການເງິນ ຄືທ່ານ ພູເພັດ ຄໍາພູວົງ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.
ຢາກຂໍຄວາມຊ່ວຍເຫຼືອມາຍັງທ່ານ ຊ່ວຍອອກມາປົກປ້ອງພະນັກງານການເງິນແດ່ເພາະໃນໄວໆນີ້ຈະມີການສົ່ງໄມ້ອອກໄປ ປະເທດ ສ.ສ ຫວຽດນາມ ຊຸດໃຫຍ່ສຸດໆເລີຍ.
ມີລົດແກ່ໄມ້ 22 ແລະ 24ລໍ້ ປະມານ 300-400 ກ່ວາຄັນ ແຕ່ລະຄັນບັນທຸກໄມ້ ປະມານ 70-80 ແມັດກ້ອນ. ເຊີ່ງເປັນປະເພດໄມ້ຫວງຫ້າມປະເພດ 1 ເຊັ່ນ: ໄມ້ຂະຍຸງ, ໄມ້ກະຈະ, ໄມ້ແຕ້ຄ່າ, ໄມ້ດູ່ ສ່ວນໄມ້ຄຸ້ມຄອງ 1,2,3 ແມ່ນບໍ່ມີໃນຊຸດນີ້ ແລະ ຫວຽດນາມກໍບໍ່ຕ້ອງການ ແລະ ບໍ່ຊື້ອີກ.

ໄມ້ດັ່ງກ່າວໄດ້ມີການກວດກາຈາກສູນກາງ ເຊີ່ງນຳໂດຍ ທ່ານ ສົມເພັດ ເປັນຫົວໜ້າຄະນະ ສົມທົບກັບທີມກວດກາຂັ້ນແຂວງ ແຂວງ ສະຫວັນນະເຂດ. ຜ່ານການລົງໄປກວດ ຫຼື ເອີ້ນວ່າຍ່າງໄປກາຍເບີ່ງ, ບໍ່ໄດ້ເປີດຜ້າບັດ ເລີຍບໍ່ຮູ້ວ່າມີໄມ້ປະເພດໃດແດ່. ກໍໄດ້ສະຫຼູບສະເໜີໃນກອງປະຊຸມຂັ້ນແຂວງ ໃນວັນທີ 9/9/2013.

ຄະນະກວດກາ ຫຼື ໜ່ວຍສະເພາະກິດສູນກາງໄດ້ຕົກລົງເປັນເອກະພາບໃຫ້ແຈ້ງໄມ້ອອກໃນ 35-40 ແມັດກ້ອນ/ຄັນ
ຂໍອະນຸຍາດຕັ້ງເປັນຄໍາຖາມ:
1. ລົດບັນທຸກໄມ້ 80 ແມັດກ້ອນ ແຈ້ງ 40ແມັດກ້ອນ ເຫຼືອ 40ແມັດກ້ອນ
2. ລົດບັນທຸກໄມ້ 70 ແມັດກ້ອນ ແຈ້ງ 35ແມັດກ້ອນ ເຫຼືອ 35ແມັດກ້ອນ
- ຈໍານວນເຫຼືອ ແຕ່ລະຄັນ 35-40ແມັດກ້ອນ
- ຖ້າລົດ ຈໍານວນ 300ຄັນ ຈະເຫຼືອເທົ່າໃດ?
- ຖ້າລົດ ຈໍານວນ 400ຄັນເດ ຈະເຫຼືອເທົ່າໃດ?
ຈໍານວນເງິນທີ່ເກັບເຂົ້າງົບປະມານເດ:
1. ຄ່າຊັບພະຍາກອນທໍາມະຊາດ (ພະແນກຊັບສິນ) ເທົ່າໃດ?
2. ອາກອນເທົ່າໃດ?
3. ຄ່າຊັກພິເສດຂາອອກ 30% (ພາສີດ່ານ) ເທົ່າໃດ?
ທ່ານ ພູເພັດ ທ່ານລອງໃຫ້ອ້າຍນ້ອງພະນັກງານຂອງທ່ານຄິດໄລ່ເບີ່ງ ວ່າພັນທະທັງໝົດປະມານເທົ່າໃດ? ລວມກັນແລ້ວເປັນເງິນງົບປະມານມະຫາສານ, ຖ້າເອົາເງິນຈໍານວນນີ້ໄປຈ່າຍເງິນເດືອນໃຫ້ພະນັກງານ ຄູ, ອາຈານ, ທະຫານ ແລະ ພະນັກງານໜ່ວຍງານອື່ນໆ ແມ່ນກຸ້ມໄດ້ຫຼາຍເດືອນ.
ແລະ ອີກຢ່າງໜື່ງຕົ້ນໄມ້ແມ່ນຊັບສົມບັດຂອງຊາດ, ເປັນແຫຼ່ງກໍາເນີດຂອງຕົ້ນນໍ້າໃຫ້ປະຊາຊົນໄດ້ທຳມາຫາກິນ, ເສັ້ນທາງເລກ 9 ຈະເປ້ເພເພາະລົດໃສ່ເກີນນໍ້າໜັກ
ຂໍໃຫ້ເຫັນໃຈຜູ້ທີ່ມາຊ່ວຍເຫຼືອລ້າແດ່ໂດຍສະເພາະ ປະເທດ ຍີ່ປຸ່ນ ທີ່ຊ່ວຍເຮັດທາງເລກ 9, ເຮັດແລ້ວຍັງບໍ່ຮອດປີກໍໄດ້ເຮັດໃໝ່ອີກແລ້ວ.

ຂໍຄວາມຊ່ວຍເຫຼືອມາຍັງ ທ່ານ ປະທານສະພາສູງສຸດ ໂດຍຜ່ານ ທ່ານ ພູເພັດ ຄໍາພູວົງ ຊ່ວຍລົງມາແກ້ໃຫ້ແດ່.
ດ່ວນໆໆໆໆໆໆ!!!!!!!!!!!!
ຂໍ້ມູນອ້າງອີງຈາກ: http://laohomelao.activeboard.com/t54923210/topic-54923210/



__________________
Anonymous

Date:
Permalink   

ຖ້າໄດ້ໄປຕັດຫຍ້າບ້ານທ່ານໄຊສົມພອນ ຫານວິພົມ ຈະຍື່ນໃຫ້ເພິ່ນອ່ານເນີ !

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard