ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ເລີ່​ມຈາກ​ຄ້າ​ນ້ອຍ​ໄປ​ຫາ​ໃຫຍ່ຈົນຖືກ​ປະຫານ​ຊີວິດ


ລະດັບອາວຸດໂສ

Status: Offline
Posts: 384
Date:
ເລີ່​ມຈາກ​ຄ້າ​ນ້ອຍ​ໄປ​ຫາ​ໃຫຍ່ຈົນຖືກ​ປະຫານ​ຊີວິດ
Permalink   


ເລີ່​ມຈາກ​ຄ້າ​ນ້ອຍ​ໄປ​ຫາ​ໃຫຍ່ຈົນຖືກ​ປະຫານ​ຊີວິດ

 

 


 

 

Drug+Saler.jpg

 

           ທ້າວ ​ເຜີຍ ນັ່ງ​ກົ້ມໜ້າ ​ກັບ​ນ້ຳຕາດ້ວຍ​ຄວາມ​ໂສກ​ເສົ້າພາຍຫຼັງ​ໄດ້​ຮັບ​ຮູ້​ຄຳ​ຕັດສິນ​ຂອງ​ສານໃຫ້​ ປະຫານ​ຊີວິດ​ໃນ​ຂໍ້​ຫາຄ້າຂາຍຢາ​ເສບ​ຕິດ ( ຢາ​ບ້າ ) ເຊິ່ງ​ຖືກ​ເຈົ້າໜ້າທີ່ຕຳຫຼວດສະກັດ​ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ ນະຄອນຫຼວງວຽງຈັນ ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ໄດ້​ໃນໄລຍະເດືອນມີນາຜ່ານ​ມາ ຂະນະທີ່ນາງ ລັດຕະນາ ຜູ້​ເປັນ​ເມຍສານ​ໄດ້​ຕັດ​ອິດສະລະ​ພາບຈຳ​ຄຸກໜຶ່ງ ປີ​ຫົກ​ເດືອນພ້ອ​ມປັບ​ໃໝ​ເງິນ 1,5 ລ້ານກີບ ​ໃນ​ຂໍ້​ຫາ​ປິດ​ບັງ​ການ​ກະທຳ​ຜິດ.

 

          ຄະນະ​ສານ​ອາຍາຂັ້ນຕົ້ນນະຄອນຫຼວງວຽງຈັນ ໄດ້​ໄຂ​ປະຊຸມ​ສານ​ຂື້ນ​ໃນ​ວັນ​ທີ 8 ຕຸລາ 2013 ເພື່ອ​ພິຈາລະນາ​ຄະດີ​ເລກທີ 418/ຂຕ.ອ, ລົງ​ວັນ​ທີ 11 ກໍລະກົດ 2013 ເຊິ່ງ​ມີ​ຈຳ​ເລີຍ​ຄື: ທ້າວ ​ເຜີຍ ສິງ​ທອງ ອາຍຸ 27 ປີ ຢູ່​ບ້ານ ທົ່ງ​ສາງ​ນາງ ​ເມືອງ ຈັນທະ​ບູລີ ນະ ຄອນຫຼວງວຽງຈັນ ຈຳ​ເລີຍ​ທີ 1 ຖືກ​ຫາ​ວ່າ: ຄ້າຂາຍ​ຢາ​ເສບ​ຕິດ ​ຖືກ​ກັກ​ຂັງ​ໃນ​ວັນ​ທີ 6 ມີນາ 2013 ຢູ່​ຄ້າຍ​ຄຸມ​ຂັງ​ໂພນ​ທັນ ແລະ ນາງ ລັດຕະນາ ສິລິ​ມຸງຄຸນ ອາຍຸ 27 ປີ ຜູ້​ເປັນ​ເມຍ ຖືກ​ຫາ​ວ່າ: ປິດ​ບັງ​ການ​ກະທຳ​ຜິດຖືກ​ກັກ​ຂັງ​ໃນ​ວັນ​ທີ 6 ມີນາ

2013 ຢູ່​ຄ້າຍ​ຄຸມ​ຂັງ ນະຄອນຫຼວງວຽງຈັນ ແລະ ຖືກປ່ອຍ​ຕົວ​ພາງ​ໃນ​ວັນ​ທີ 14 ມິຖຸນາ 2013​ໂດຍທ້າວ ​ເຜີຍ​ ສິງ​ທອງ ​ໄດ້​ມີ​ພຶດຕິ​ກຳເລີ່​ມຄ້າຂາຍ​ຢາ​ເສບ​ຕິດ (ຢາ​ບ້າ) ແຕ່​ປີ 2008 ເປັນຕົ້ນ​ມາ​ຈາກ​ນ້ອຍ​ໄປ​ຫາ​ໃຫຍ່​ໂດຍ​ບໍ່​ຢ້ານ​ກົວ​ຕໍ່​ລະບຽບ​ກົດໝາຍ​ແຕ່​ ຢ່າງ​ໃດ​ສານ​ຈຶ່ງ​ໄດ້​ພິພາກສາ​ຕັດສິນ​ປະຫານ​ຊີວິດ​ຕາມ​ການ​ກະທຳ​ຜິດ​ ດັ່ງກ່າວ.

http://laophatthananews.blogspot.it/2013/10/blog-post_3164.html#more



__________________
Anonymous

Date:
RE: ເລີ່​ມຈາກ​ຄ້າ​ນ້ອຍ​ໄປ​ຫາ​ໃຫຍ່ຈົນຖືກ​ປະຫານ​ຊີວິດ
Permalink   


ຖ້າຈັບພໍ່ຄ້າໃຫຍ່ໆຜູ່ທີ່ມີສັກຕິດບ່າມາປະຫານ ປະເທດລາວຈຶ່ງຈະກາຍເປັນ

ປະເທດປອດຢາເສບຕິດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard