ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຫລາຍວິທະຍາໄລມີນັກຮຽນສະຫມັກເຂົ້າຮຽນຫນ້ອຍ


ລະດັບອາວຸດໂສ

Status: Offline
Posts: 384
Date:
ຫລາຍວິທະຍາໄລມີນັກຮຽນສະຫມັກເຂົ້າຮຽນຫນ້ອຍ
Permalink   


ຫລາຍວິທະຍາໄລມີນັກຮຽນສະຫມັກເຂົ້າຮຽນຫນ້ອຍ

 


 
        ​ ເຖິງວ່າ​ສະ​ຖາ​ບັນ​ການ​ສຶກສາລະດັບ​ສູງຫລາຍ​ແຫ່ງທົ່ວ​ປະ​ເທດ,​ໄດ້​​ເລີ່​ມດໍ​ າ​ເນີນ​ການ​ຮຽນ-ການ​ສອນ​ມາແລ້ວນັບແຕ່ ຕົ້ນເດືອນ​ຕຸລາ​ມານີ້ ແລະ ປາກົດ​ວ່າຫລາຍວິທະ ຍາ​ໄລ​ມີ​ສະພາບ​ຫງຽບ​ເຫງົາ​ຢາງ​ບໍ່​ເຄີຍມີມາຍ້ອນ​ສະພາບ​ນັກ​ສຶກສາ​ມາສະ​ໝັກ​ ເຂົ້າ​ຮຽນບໍ່ຄືກຄື້ນດັ່ງຜ່ານມາ,ຂະນະ​ທີ່​ວິທະຍາ​ໄລ​ພາກ​ເອກ​ກະ​ຊົນ ຕ້ອງ​ເຮັດວຽກ​ໜັກ​ຫລາຍ​ຂຶ້ນ​ເພື່ອ​ທຳ​ຄວາມ​ເຂົ້າ​ໃຈ​ຕໍ່​ນັກ​ສຶກສາ​​ໃຫ້​ມາ​ ເຂົ້າ​ຮຽນ​ຫລາຍ​ຂຶ້ນ.
     ທ່ານ ດຣ ສົມ​ເພັດ ຣັຕະນະ​ສີມ ປະທານ​ສະມາຄົມ​ວິທະ ຍາ​ໄລ​ພາກ​ເອກ​ກະ​ຊົນ ອຳນວຍ​ການ​ວິທະຍາ​ໄລ​ລັດຕະນະ​ບໍລິຫານ​ທຸລະ​ກິດ ​ໃຫ້​ຮູ້​ວ່າ: ພາຍຫລັງ ວິ ທະຍາ​ໄລ​ຂອງລັດ​ ແລະ ​ເອກ​ກະ​ຊົນ,​ໄດ້​ພ້ອມ​ກັນ​ປະຕິ​ບັດ​ແຜນ​ປະຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ​ໄລຍະ​ສອງ​ຄື:​ໃຫ້​ທຸກ​ວິທະຍາ​ໄລຈັດຕັ້ງປະຕິບັດ​ການສອນ​ໃນ​ລະດັບ ​ຊັ້ນສູງ​ນັ້ນ ກໍ​ຖື​ວ່າບັນຍາກາດ​ການ​ຮັບ​ນັກ ຮຽນ-ນັກ​ສຶກ ສາ ຢູ່​ແຕ່​ລະວິ​ທະຍາ​ໄລ​ແມ່ນ​ບໍ່​ມີ​ຄວາມ​ຄືກຄື້ນຄື​ດັ່ງ​ຜ່ານ​ມາ ​ເຊິ່ງ ບັນຫາ​ດັ່ງກ່າວອາດ​ມິີຜົນ​ມາ​ຈາກ​ສັງຄົມກໍຄື​ນັກຮຽນ​ຈຳນວນ​ໜຶ່ງບໍ່​ທັນ​ ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ການ​ປັບປຸງ​ລະບົບ​ການ​ສຶກສາ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ງໍ້​ຫງ່ຽງ​ໃນ​ການ​

ເລືອກ​​ເຂົ້າຮຽນຕໍ່​ໃນ​ວິຊາ​ຊີບ​ຂະ​ແໜງຕ່າງໆ ​ແຕ່​ແນວ​​ໃດ​ກໍ​ຕາມ,ປັດຈຸບັນ ຫລາຍ​ວິທະຍາ​ໄລ ພວມ​​ເລັງ​ໃສ່​ການ​ໂຄສະນາ ​ແລະ ອະທິບາຍ ​ໃຫ້​ນັກ​ສຶກສາມີ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ການ​ເຂົ້າ​ຮຽນ​​ໃນ​ລະບົບ​ຊັ້ນ ສູງ​ຂອງ​ໄລຍະ​ການ​ປະຕິ​ຮູບ​ການ​ສຶກສານີ້ ​ເຊິ່ງ​ໃຊ້​ເວລາ​ຮຽນ 2 ປີ ​ແລ​ະ ຖ້າ​ວິທະຍາ​ໄລ​ທີ່​ຮຽນ​ຢູ່​ນັ້ນ​ປັບປຸງ​ໄດ້​ມາດຕະຖານ​ຂອງ​ກະຊວງ​ສຶກສາ​ກຳນົດອອກ​ໃນ​ສົກ​ປີ​ຕໍ່​ໄປ ກໍ​ຈະ​ສາມາດ​ໂອນ​ຂຶ້ນ​ເປັນ​ປະລິນຍາ​ຕີ​ໄດ້​.​



__________________
Anonymous

Date:
RE: ຫລາຍວິທະຍາໄລມີນັກຮຽນສະຫມັກເຂົ້າຮຽນຫນ້ອຍ
Permalink   


ເພິ່ນໃຫ້ໄປຮຽນເອົາປຣິນຍາຕຣີຢູ່ໂຮງຮຽນຣັຖບານກ່ອນຈຶ່ງສາມາດສຶກສາຕໍ່ເອົາປຣິນຍາໂທ

ຈາກໂຮງຮຽນເອກະຊົນ, ແມ່ນແນວນັ້ນບໍ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard