ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດເຫດໄວຫນຸ່ມຕີກັນຈົນເສຍຊີວິດ
Anonymous

Date:
ເກີດເຫດໄວຫນຸ່ມຕີກັນຈົນເສຍຊີວິດ
Permalink   


ເກີດເຫດໄວຫນຸ່ມຕີກັນຈົນເສຍຊີວິດ

 


 
             ຕາມ​ການ​ລາຍ​ງານ​ຂອງ​ເຈົ້ນໜ້າທີ່ ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ຕຸລານີ້ ໃຫ້​ຮູ້​ວ່າ:​ໄດ້​ມີ​ກຸ່ມ​ໄວ​ໜຸ່ມຕີ​ກັນ​ຕາຍ​ຢູ່​ແຄມ​ທາງ​ຂ້າງ​ສູນ​ຂາຍ​ລົດຈັກ ນິວຈິບ​ເຊັງ ບ້ານເກົ້າຍອດ ​ເມືອງສີ​ສັດຕະ​ນາກ ນະຄອນຫຼວງວຽງຈັນ ເຊິ່ງ​ໃນເວລາ 20 ໂມງ ຂອງ​ວັນ​ທີ 26 ຕຸລາ, ​ທ້າວ ອຳພອນ ແລະ ໝູ່​ໄດ້​ໄປ​ນັ່ງ​ດື່ມ​ເບຍ​ຢູ່​ແຄມ​ຂອງ, ​ເວລາ​ປະມານ 1 ໂມງ​ຂອງ​ວັນ​ທີ 27 ຕຸລາ ພາຍຫຼັງອອກ​ຈາກ​ຮ້ານ​ເບຍ ແລະ ​ໄດ້​ຊວນ​ກັນ​ຂີ່​ລົດຈັກ​ເລາະຫຼິ້ນ ມີ​ລົດ 5 ຄັນ ແລະ ມີ 12 ຄົນ ເຊິ່ງ​ທ້າວ ອຳພອນ ຜູ້​ເສຍ​ຊີວິດໄດ້​ຂັບ ຂີ່​ຊ້ອນ​​ເພື່ອນ​​ແມ່ຍິງ 2 ຄົນ ເລາະ​ມາ​ແຕ່​ເສັ້ນທາງປາກ​ປ່າ​ສັກ​ ໄປ​ທາງ​ໄຟ​ແດງ​ທາດ​ຂາວ,​ ແຕ່​ພໍ​ຂັບ​ຂີ່​ລົດ​ມາ​ຮອດ​ເຂດ​ບ້ານເກົ້າ ຍອດ ​ລົດ​ຂອງ​ທ້າວ ອຳພອນ​ ຖືກ​ລົດຈັກ​ຍີ່​ຫໍ້​ຮອນ​ດາສະ​ກຸບ​ປີ ບໍ່ມີ​ປ້າຍ​ທະບຽນເກາະ​ເອົາ ​​ແລະ ​ເຮັດ​ໃຫ້​ລົ້ມ. ຈາກ​ນັ້ນຈຶ່ງ​ໄດ້​ຂີ່​ຕາມ​ໄປ​ທາງ​ວັດສີ​ເມືອງ, ​ແຕ່​ມີ​ກຸ່ມ​ໄວ​ໜຸ່ມທີ່​ຂີ່​ລົດຈັກ​ມາ​ຕາມຫຼັງ 30 ກວ່າ​ຄັນ ພ້ອມ​ລົດ​ໃຫຍ່ 4 ຄັນເຊິ່ງ​ມີ​ກຸ່ມ​ໄວ​ໜຸ່ມ 50 ກວ່າ​ຄົນຂີ່​ລົດ​ມາ​ຈອດ ​ແລະ ມີ​ການ​ຜິດ​ຖຽງກັນ ເຊິ່ງ​ກຸ່ມ​ໄວ​ໜຸ່ມດັ່ງກ່າວ ກໍ​ໄດ້​ໃຊ້​ເຫຼັກຍາວ ​ແລະ ໝວກກັນ​ກະທົບ​ຕີ​ຫົວ

ທ້າວ ອຳພອນ ແລ້ວ​ຫຸ້ມຕີ​ຈົນໝົດສະຕິ ກ່ອນ​ຈະ​ພາກັນ​ຂີ່​ລົດຫຼົບໜີ​ໄປ, ຂະນະ​ທີ່ໝູ່​ເພື່ອນ​ຂອງທ້າວ ອຳພອນ​ ຂີ່​ມາ​ເຫັນ​ຜູ້ ກ່ຽວ​ ຈຶ່ງໄດ້​ຟ້າວ​ນຳ​ສົ່ງ​ໂຮງໝໍ ກ່ອນ​ຈະ​ເສຍ​ຊີວິດ. ປັດຈຸ​ບັນ​, ​ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເລັ່ງນຳ​ຈັບ​​ກຸ່ມ​ໄວ​ໜຸ່ມ ທີ່​ກໍ່​ເຫດມາ​ດຳ​ເນີນ​ຄະດີໃຫ້​ໄດ້​ໂດຍ​ໄວ.



__________________
Anonymous

Date:
Permalink   

ຂໍສະແດງຄວາມເສັຽໃຈນໍາຂ່າວສະຫຍອງຂວັນນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard