ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ລັດ­ຖະ­ບານ​ໄດ້​ສັ່ງ​ຢຸດ ການ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຍັງ​ຕະ­ຫຼາດຕ່າງ­ປະ­ເທດ


ລະດັບອາວຸດໂສ

Status: Offline
Posts: 384
Date:
ລັດ­ຖະ­ບານ​ໄດ້​ສັ່ງ​ຢຸດ ການ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຍັງ​ຕະ­ຫຼາດຕ່າງ­ປະ­ເທດ
Permalink   


ສືບຕໍ່ຫ້າມສົ່ງອອກໄມ້ທ່ອນ  ດ່ານໃດອະນຸຍາດ ອາດຖືກລົງວິໄນ

   ຫຼາຍ​ປີ​ມາ​ນີ້​ລັດ­ຖະ­ບານ​ໄດ້​ສັ່ງ​ຢຸດ ການ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຍັງ​ຕະ­ຫຼາດຕ່າງ­ປະ­ເທດ ໂດຍ​ອະ­ນຸ­ຍາດ​ໃຫ້​ສົ່ງ​ອອກ ພຽງ​ຜະ­ລິດ​ຕະ​ພັນ​ໄມ້​ທີ່​ສຳ­ເລັດ​ຮູ​ູບ​ເທົ່າ ນັ້ນ​ເພື່ອ​ເພີ່ມ​ມູນ​ຄ່າ​ຂອງ​ສິນ­ຄ້າ ຢ່າງ­ໃດກໍ​ຕາມ ການ​ສັ່ງ​ຢຸດ​ດັ່ງ­ກ່າວ​ຂອດ​ການຈັດ​ຕັ້ງ​ປະ­ຕິ­ບັດ​ຂອງ​ພະ­ນັກ­ງານ​ບາງ ເຂດ​ຍັງ​ບໍ່​ທັນ​ເຂັ້ມ​ງວດ​ດີ ອັນ​ໄດ້​ເກີດ​ມີຫຼາຍ​ຫາງ​ສຽງ​ໄປ​ໃນ​ທາງ​ແລວ​ລົບ ຂະນະ​ທີ່​ໃນ​ກອງ​ປະ­ຊຸມ​ລັດ­ຖະ­ບານ ໄດ້​ເນັ້ນໃຫ້​ເອົາ­ໃຈ​ປະ­ຕິ­ບັດ​ແຈ້ງ​ການ​ກ່ຽວ​ກັບທິດ​ຊີ້​ນຳ​ຂອງ​ກົມ​ ການ­ເມືອງ​ຕໍ່​ວຽກ​ງານທຸ­ລະ​ກິດ​ໄມ້​ຫວງ​ຫ້າມ.

   ກ່ອນ​ປິດ​ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ ໄໝ​ສາ­ມັນ​ປະ­ຈຳ​ເດືອນ​ກຸມ­ພາ 2014 ທີ່ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 1011 ຜ່ານມາ ສຳ­ລັບ​ວຽກ​ຈຸດ​ສຸມ​ທີ​ສອງ​ໃນ​ເດືອນນີ້ ແລະ ເດືອນ​ໜ້າ­ທີ່ທ່ານ ທອງ​ສິງ ທຳມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ເນັ້ນ​ໃຫ້​ບັນດາ​ກະ­ຊວງ ແລະ ອົງ­ການ​ຕ່າງໆ​ແມ່ນໃຫ້​ເອົາ​ໃສ່​ຈັດ​ຕັ້ງ​ນຳ­ພາ​ການ​ພັດ­ທະ­ນາເສດ­ຖະ­ກິດ, ຊຸກ­ຍູ້​ການ​ຈັດ​ເກັບ​ລາຍ​ຮັບເຂົ້າ​ງົບ­ປະ­ມານ ແລະ ເອົາ­ໃຈ­ໃສ່​ຄຸ້ມຄອງເສດ­ຖະ­ກິດ​ມະ­ຫາ​ພາກ​ໃນ​ເງື່ອນ­ໄຂ​ທີ່ຫຍຸ້ງ­ຍາກ​ໃຫ້​ດີ ແລະ ເປັນ​ຮູບ​ປະ​ທຳ​ຫຼາຍຂຶ້ນ ໜຶ່ງ​ໃນ​ນັ້ນ ເນັ້ນ​ໃຫ້​ເອົາ­ໃຈ­ໃສ່​ປະຕິ​ບັດ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສູນກາງ​ພັກ​ກ່ຽວ ​ກັບ​ການ​ຊີ້​ນຳ​ຂອງ​ກົມການ­ເມືອງ​ຕໍ່​ກັບ​ວຽກ​ງານ​ທຸ­ລະ​ກິດ​ໄມ້.

   ຂະ­ນະ​ທີ່​ແຈ້ງ​ການ​ດັ່ງ­ກ່າວ​ລົງ​ສະ­ບັບ ເລກ​ທີ 60/ຫສພ ວັນ​ທີ 5 ກຸມ­ພາ 2014 ໄດ້​ໃຫ້​ທິດ​ຊີ້​ນຳ​ລັດ­ຖະ­ບານ​ທັງ​ໝົດ 7 ຂໍ້ສຳ­ລັບ​ຂໍ້​ທີ 2 ບໍ່​ເຫັນ​ດີ​ໃຫ້​ສົ່ງ​ອອກ​ໄມ້ທ່ອນ, ໄມ້​ຕັບ, ໄມ້​ເລື່ອຍ, ຕໍ​ໄມ້, ປູດ​ໄມ້, ໄມ້​ເຄິ່ງ​ສຳ­ເລັດ​ຮູບ ແລະ ໄມ້​ປະ­ດັບ​ອອກຕ່າງ­ປະ­ເທດ, ໃຫ້​ປຸງ​ແຕ່ງ​ເປັນ​ຜະ­ລິດ​ຕະພັນ​ແລ້ວ​ຈິ່ງ​ສົ່ງ​ອອກ ແລະ ບໍ່​ໃຫ້​ອີງ­ໃສ່ການ​ຂຸດ​ຄົ້ນ​ຊັບ­ພະ­ຍາ­ກອນ​ໄມ້ ແລະ ສ້າງ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ເປັນ­ຕົ້ນ​ຕໍ,  ສ່ວນ​ຂໍ້ 4 ໃຫ້​ດຳ­ເນີນ​ການ​ກວດ­ກາ​ອຳນາດ​ການ​ປົກ­ຄອງ​ແຂວງ, ເມືອງ ແລະ ຮາກ​ຖານ​ບ້ານ​ເປັນ​ປົກ­ກະ­ຕິ ແລະ ຖ້າເຫັນ​ວ່າ​ບ່ອນ​ໃດ​ມີ​ການ​ສົມ­ຮູ້​ຮ່ວມ​ຄິດ ເພື່ອ​ຂຸດ​ຄົ້ນ ແລະ ຊື້ຂາຍ​ໄມ້​ແບບ​ຜິດກົດ­ໝາຍ​ແມ່ນ​ໃຫ້​ສຳ​ຫຼວດ​ກວດ­ກາ​ລົງວິ­ໄນ​ຢ່າງ​ເຂັ້ມ​ ງວດ.

   ໃຫ້​ດຳ­ເນີນ​ກວດ­ກາ​ບັນ­ດາ​ດ່ານໃນ​ທົ່ວ​ປະ­ເທດ ແລະ ຖ້າ​ບ່ອນ​ໃດ​ມີ​ການສົມ­ຮູ້​ຮ່ວມ​ຄິດ ແລະ ອະ­ນຸ­ຍາດ​ໃຫ້​ນຳ​ໄມ້ອອກ​ແບບ​ຜິດ​ກົດ­ໝາຍ​ແມ່ນ​ໃຫ້​ດຳ­ເນີນການ​ສຳ​ຫຼວດ​ ກວດ­ກາ​ລົງ​ວິ­ໄນ ແລະ ຍົກຍ້າຍ​ພະ­ນັກ­ງານ​ທີ່​ກະ­ທຳ​ຜິດ​ດັ່ງ­ກ່າວ​ນີ້ ແມ່ນ​ກຳ­ນົດ​ໃນ​ຂໍ້​ທີ 5 ສ່ວນ​ໂຮງ­ງານປຸ່ງ​ແຕ່ງ​ໄມ້ ແລະ ໂຮງ­ງານ​ເຟີ​ນິ​ເຈີ​ໃນທົ່ວ​ປະ­ເທດ​ຂໍ້ 6 ກໍ​ເນັ້ນ​ໃຫ້​ກວດ­ກາ​ຖ້າເຫັນ​ບ່ອນ​ໃດ​ບໍ່​ໄດ້ມາດ­ຕະ­ຖານ​ແມ່ນ​ໃຫ້​ຢຸດ​ເຊົາ​ ກິດ​ຈະການ​ຢ່າງ​ຂາດ​ຕົວ ໂດຍ​ຂໍ້​ສຸດ​ທ້າຍ​ເນັ້ນ ສະ­ເພາະ​ພໍ່­ຄ້ານັກ­ທຸ­ລະ­ກິດທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ດຳ­ເນີນ​ການ​ທຸ­ລະກິດ​ຊື້ຂາຍ​ໄມ້​ແບບ​ຜິດ​ກົດ­ໝາຍ​ແມ່ນໃຫ້ ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍຢ່າງ​ເຂັ້ມ​ງວດ​ເຊັ່ນ​ດຽວ​ກັນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard