ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ການລົງທືນໃນລາວ ຫວຽດເປັນທີ່ສາມ


ລະດັບອາວຸດໂສ

Status: Offline
Posts: 384
Date:
ການລົງທືນໃນລາວ ຫວຽດເປັນທີ່ສາມ
Permalink   


ພິທີ​ພົບ​ປະ​ໃນ​ໂອກາດ​ປີ​ໃໝ່​ຂອງ​ກຸ່ມ​ນັກທຸລະກິດ​ຫວຽດນາມ​ຢູ່​ລາວ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມີນາ​ນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ສະຖານທູດ​ຫວຽດນາມ​ເປັນ​ຜູ້​ຈັດ​ຂຶ້ນ ຊຶ່ງ​ມີ​ຜູ້ຕາງໜ້າ​ຈາກ 50 ກວ່າ​ຫົວໜ່ວຍ​ທຸລະ​ກິດ​ຫວຽດນາມ​ຢູ່​ລາວ​ເຂົ້າ​ຮ່ວມ.

ໃນ​ການ​ພົບ​ປະ​ດັ່ງກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ປັດຈຸບັນ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ສສ.ຫວຽດນາມ ໄດ້​ເຂົ້າ​ມາ​ລົງທຶນ​ຢູ່​ລາວ ມີ​ຈຳນວນ 412 ໂຄງການ ມີ​ມູນ​ຄ່າ​ທັງ​ໝົດ​ຫຼາຍ​ກວ່າ 5 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 40.000 ຕື້​ກີບ ຈັດ​ຢູ່​ອັນ​ດັບ​ສາມ​ຂອງ​ບັນດາ​ປະເທດ ແລະ ເຂດ​ແຄວ້ນ​ຕ່າງໆ​ທີ່​ເຂົ້າ​ມາ​ລົງທຶນ​ຢູ່​ລາວ ໂຄງການ​ລົງທຶນ​ດັ່ງກ່າວ ສ່ວນ​ໃຫຍ່​ຈະ​ເປັນ​ຂົງເຂດ​ບໍ່​ແຮ່ ພະລັງງານ​ໄຟຟ້າ ກະສິກຳ ການ​ບໍລິການ ການ​ກໍ່ສ້າງ ທະນາຄານ ແລະ ການ​ປະກັນ​ໄພ ສະເພາະ​ປີ 2013 ຜ່ານ​ມາ ຫວຽດນາມ​ໄດ້​ເຂົ້າ​ມາ​ລົງທຶນ​ຢູ່​ລາວ ຈຳນວນ 12 ໂຄງການ ລວມ​ມີ​ມູນ​ຄ່າ 138 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ​ຫຼາຍ​ກວ່າ 1.100 ຕື້​ກີບ.

ກອງ​ປະຊຸມ​ຍັງ​ຍົກ​ໃຫ້​ເຫັນ​ວ່າ: ຄຽງ​ຄູ່​ກັບ​ຈຸດ​ດີ​ອັນ​ເປັນ​ພື້ນຖານ​ດັ່ງກ່າວ ບັນດາ​ນັກທຸລະກິດ​ຫວຽດນາມ​ນຳ​ສະເໜີ​ວ່າ ນັບ​ແຕ່​ປີ​ໃໝ່​ນີ້​ເປັນຕົ້ນ​ໄປ ຊາວ​ຫວຽດນາມ​ຕ່າງ​ດ້າວ​ໃນ​ລາວ ຈະ​ຕ້ອງ​ໄດ້​ອອກແຮງ​ຕື່ມ​ອີກ ໃນ​ການເຄື່ອນໄຫວ​ປະສານ​ງານ​ກັບ ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຫວຽດນາມ​ໃນ​ລາວ ແລະ ສິ່ງ​ນີ້​ຈະ​ຕ້ອງ​ໄດ້​ເຮັດ​ເປັນ​ປະຈຳ ແລະ ເປັນ​ບໍລິເວນ​ກວ້າງ​ໃນ​ທົ່ວ​ປະເທດ ສ້າງ​ເງື່ອນໄຂ​ໃຫ້​ຫົວໜ່ວຍ​ທຸລະ​ກິດ ຢູ່​ຕາມ​ທ້ອງຖິ່ນ​ຂອງ​ລາວ ໄດ້​ມີ​ໂອກາດ​ພົບ​ປະ​ແລກປ່ຽນ​ບົດຮຽນ ແລະ ປະສົບ​ການ​ຕ່າງໆ​ນຳ​ກັນ ເພື່ອ​ສາມາດ​ປັບປຸງ​ຕົນ​ເອງ​ໃຫ້​ມີ​ຄວາມ​ເຂັ້ມແຂງ ພ້ອມ​ນັ້ນ ກໍ່​ຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຊຶ່ງ​ກັນ ແລະ ກັນ​ໃຫ້​ຫຼາຍ​ຂຶ້ນ ກະຕຸກ​ຊຸກຍູ້ ແລະ ຊ່ວຍເຫຼືອ​ກັນ​ໃຫ້​ສາມາດ​ເຂົ້າ​ເຖິງ​ການ​ຕະຫຼາດ ເພື່ອ​ເຮັດ​ແນວໃດ ສາມາດ​ຍົກ​ສູງ​ຕົວ​ເລກ​ການ​ພົວພັນ​ແລກປ່ຽນ​ສິນຄ້າ ລະຫວ່າງ​ສອງ​ຝ່າຍ ລາວ-ຫວຽດນາມ ຮອດ​ປີ 2015 ໃຫ້​ບັນລຸ​ໄດ້ 2 ຕື້​ໂດ​ລາ ແລະ ໃນ​ໂອກາດ​ນີ້ ບັນດາ​ນັກທຸລະກິດ​ຫວຽດນາມ ກໍ່​ໄດ້​ນຳ​ສະເໜີ​ບາງ​ບັນຫາ​ທີ່​ເປັນ​ອຸປະສັກ ແລະ ຄວາມ​ຫຍຸ້ງຍາກ ເພື່ອ​ລັດຖະບານ​ສອງ​ປະເທດ​ຮ່ວມ​ກັນ ປັບປຸງ​ແກ້​ໄຂ​ເພື່ອ​ກະຕຸກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ແລະ ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ນັບ​ມື້​ກ້າວ​ສູ່​ຈຸດ​ສູງ.

ໃນ​ການ​ພົບ​ປະ​ດັ່ງກ່າວ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ສສ.ຫວຽດນາມ ປະຈຳ​ລາວ ຫງວຽນ​ແມັງ​ຮຸ່ງ ກໍ່​ມີ​ຄຳ​ເຫັນ​ສະແດງ​ຄວາມ​ຊົມເຊີຍ ແລະ ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ການເຄື່ອນໄຫວ​ວຽກ​ງານ ຂອງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ​ຂອງ​ຫວຽດນາມ​ຢູ່​ລາວ ຍາດ​ມາ​ໄດ້ ແລະ ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ແລະ ອຸປະສັກ​ຕ່າງໆ ກະຕຸກ​ຊຸກຍູ້​ໃຫ້ການ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ຝ່າຍ​ນັບ​ມື້​ຂະຫຍາຍຕົວ ແລະ ພ້ອມ​ນັ້ນ ທ່ານ​ທູດ​ກໍ່​ໄດ້​ເນັ້ນ​ຕື່ມ​ໃຫ້​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ດັ່ງກ່າວ ເພີ່ມ​ທະວີ​ຄວາມ​ພະຍາຍາມ ແລະ ເປັນ​ເຈົ້າ​ການ ຈັດ​ຕັ້ງ​ປະຕິບັດ​ໂຄງການ​ລົງທຶນ​ຂອງ​ຕົນ​ຢູ່​ລາວ ໃຫ້​ມີ​ປະ​ສິດທິ​ຜົນ​ສູງ​ສຸດ ແລະ ເອົາໃຈໃສ່​ປະຕິບັດ​ລະບຽບ​ກົດໝາຍ​ຂອງ​ລາວ ເພື່ອ​ນ້ຳໃຈ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ ແລະ ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ທີ່​ເປັນ​ມູນເຊື້ອ ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະເທດ ນັບ​ມື້​ແຕກ​ດອກ​ອອກ​ຜົນ​ງອກ​ງາມ​ຍິ່ງໆ​ຂຶ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard