ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ໂທດເຖິງຂັ້ນປະຫານຊິວິດ
Anonymous

Date:
ໂທດເຖິງຂັ້ນປະຫານຊິວິດ
Permalink   


ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ ​ນສພ ​ປກສ ສະບັບ​ວັນ​ທີ 5 ກຸມພາ 2014 ໃຫ້​ຮູ້​ວ່າ: ວັນ​ທີ 4 ມີນາ​ນີ້ ຄະນະ​ສານ​ອາຍາ​ປະຊາຊົນ​ຂັ້ນ​ຕົ້ນ ນະຄອນຫຼວງ​ວຽງ​ຈັນ ໄດ້​ຕັດສິນ​ລົງໂທດ​ປະຫານ​ຊີວິດ ນາງ ພັນ ອາຍຸ 35 ປີ ແລະ ທ້າວ ຊຽງ​ຂາວ ອາຍຸ 41 ປີ (ຄູ່​ຜົວ​ເມຍ) ຢູ່​ບ້ານ​ດ່ານ​ຊ້າງ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ໃນ​ສະຖານ​ຄ້າ-ຂາຍ​ຢາ​ເສບ​ຕິດ.

ສຳນວນ​ຄະດີ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 11 ກໍລະກົດ 2011 ທ້າວ ຂົນ ຫຼື ກູດ ໄດ້​ເດີນທາງ​ໄປ​ເມືອງ​ຫ້ວຍ​ຊາຍ ແຂວງ​ບໍ່​ແກ້ວ ເພື່ອ​ຈະ​ໄປ​ຊື້​ຢາ​ບ້າ​ມາ​ຂາຍ​ໃຫ້​ກັບ​ເຖົ້າ​ແກ່ ເມື່ອ​ໄດ້​ຢາ​ບ້າ​ມາ​ແລ້ວ ທ້າວ ຂົນ ກໍ່​ລົງ​ມາ​ນະຄອນຫຼວງ​ວຽງ​ຈັນ ແລ້ວ​ພັກ​ຢູ່​ເຮືອນ​ພີ່ນ້ອງ​ຊື່​ທ້າວ ວັນ​ທອງ ຢູ່​ບ້ານ​ໂຄກ​ສີວິໄລ ຈາກ​ນັ້ນ ຜູ້ກ່ຽວ​ກໍ່​ນຳ​ເອົາ​ຢາ​ບ້າ ຈຳນວນ 27 ມັດ ໄປ​ເຊື່ອງ​ໄວ້​ຢູ່​ສວນ​ແຄມ​ໜອງ​ປາ​ຂອງ​ທ້າວ ວັນ​ທອງ ມາ​ຮອດ​ວັນ​ທີ 18 ກໍລະກົດ 2011 ທ້າວ ຂົນ ແລະ ນາງ ພັນ ໄດ້​ຕິດຕໍ່​ຫາ​ກັນ​ເພື່ອ​ເອົາ​ຢາ​ບ້າ​ອອກ​ມາ​ຂາຍ ຫຼັງ​ຈາກ​ນັ້ນ ທັງ​ສອງ​ຈຶ່ງ​ຕົກລົງ​ໃຫ້​ນາງ ພັນ ເປັນ​ຄົນ​ມາ​ພົບ​ເຖົ້າ​ແກ່ ເບິ່ງ​ເງິນ​ທີ່​ເຖົ້າ​ແກ່​ຈະ​ເອົາ​ມາ​ຊື້​ຢາ ເມື່ອ​ເຫັນ​ເງິນ​ແລ້ວ ນາງ ພັນ ຈຶ່ງ​ໄດ້​ໂທລະສັບ​ບອກ​ທ້າວ ຊຽງ​ຂາວ (ຜູ້​ເປັນ​ຜົວ) ເອົາ​ລົດ​ກະບະ​ຍີ່ຫໍ້​ໂຕ​ໂຢ​ຕ້າ ວີ​ໂກ້ ສີ​ປອນ​ທອງ ເລກ​ທະບຽນ ​ກຍ 2387 ກຳແພງ​ນະຄອນ ມາ​ໃຫ້ ແລະ ບອກ​ໃຫ້​ທ້າວ ຊຽງ​ຂາວ ຢູ່​ລໍຖ້າ​ນຳ​ເຖົ້າ​ແກ່ ແລ້ວ​ນາງ ພັນ ຈຶ່ງ​ໄດ້​ຂັບ​ລົດ​ຄັນ​ດັ່ງກ່າວ ໄປ​ຮັບ​ເອົາ​ຢາ​ບ້າ​ນຳ​ທ້າວ ຂົນ ຈຳນວນ 27 ມັດ ຢູ່​ເຂດ​ທາງ​ແບ່ງ​ເຂົ້າ​ບ້ານ​ທ່າ​ດິນ​ແດງ.

ເມື່ອ​ໄດ້​ຢາ​ບ້າ​ມາ​ແລ້ວ ນາງ ພັນ ຈຶ່ງ​ກັບ​ມາ​ຫາ​ທ້າວ ຊຽງ​ຂາວ ແລະ ເຖົ້າ​ແກ່ ທີ່​ລໍຖ້າ​ຢູ່​ຕໍ່ໜ້າ​ສະໜາມ​ກີລາ​ແຫ່ງ​ຊາດ ຫຼັກ 16 ເມື່ອ​ມາ​ຮອດ​ສະຖານທີ່​ນັດ​ໝາຍ ນາງ ພັນ ກໍ່​ຫິ້ວ​ຖົງ​ຢາ​ບ້າ ເພື່ອ​ຈະ​ໄປ​ມອບ​ໃຫ້​ເຖົ້າ​ແກ່ ແຕ່​ເຈົ້າ​ໜ້າທີ່​ຕຳຫຼວດ​ໄດ້​ເຂົ້າ​ມາ​ກັກ​ຕົວ ພ້ອມ​ກັບ​ຂອງ​ກາງ​ຢາ​ບ້າ ຈຳນວນ 27 ມັດ ເທົ່າ​ກັບ 54.000 ເມັດ ມາ​ດຳເນີນ​ຄະດີ​ຕາມ​ກົດໝາຍ.

ສ່ວນ​ທ້າວ ຂົນ ຫຼື ກູດ ອາຍຸ 60 ປີ ຢູ່​ບ້ານ​ນາ​ໝີ ເມືອງ​ໄຊ ແຂວງ​ອຸດົມ​ໄຊ ຖືກ​ກັກ​ຕົວ​ໃນ​ເວລາ​ຕໍ່​ມາ ເຊິ່ງ​ໃນ​ໄລຍະ​ກັກ​ຕົວ​ມາ​ດຳເນີນ​ຄະດີ​ນັ້ນ ຜູ້ກ່ຽວ​ມີ​ອາການ​ເຈັບເປັນ (ເປັນ​ໂຣກ​ຈິດ) ຕາມ​ໃບ​ສະຫຼຸບ​ການ​ປິ່ນປົວ​ຂອງ​ແພດ​ໂຮງໝໍ 5 ເມສາ ສະບັບ​ເລກ​ທີ 525/​ຮໝ ລົງ​ວັນ​ທີ 8 ກຸມພາ 2012 ແລະ ໃບຢັ້ງຢືນ​ສຸຂະພາບ​ຈິດ​ຂອງ​ໂຮງໝໍ 103 ສະບັບ​ເລກ​ທີ 69/​ຮໝ 103 ລົງ​ວັນ​ທີ 13 ກຸມພາ 2012 ດັ່ງນັ້ນ ຫົວໜ້າ​ໄອ​ຍະ​ການ​ສານ​ປະຊາຊົນ ນະຄອນຫຼວງ​ວຽງ​ຈັນ ຈຶ່ງ​ອອກ​ຄຳ​ສັ່ງ​ໂຈະ​ການ​ດຳເນີນ​ຄະດີ​ຕໍ່​ຜູ້ກ່ຽວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard