ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າແຮງງານປະເທດໃດຕ່ຳໃນອາຊຽນ?
Anonymous

Date:
ຄ່າແຮງງານປະເທດໃດຕ່ຳໃນອາຊຽນ?
Permalink   


20140508-1399537997.2423-8.jpg

ພະມ້າພັດແຮງຕ່ຳກວ່າລາວ?



__________________
Anonymous

Date:
Permalink   

ຕາມທີ່ໄດ້ຟັງອະດີດພະນັກງານຄົນນຶ່ງທີ່ເດີນທາງມາຢ້ຽມຢາມຄອບຄົວພີ່ນ້ອງຂອງລາວ

ຢູ່ເມືອງ Ventura ຣັຖ Califonia ປະເທດສະຫະຣັຖອາເມຣິກາ ເນື່ອງໃນງານລ້ຽງອາຫານຄ່ຳ

ທີ່ຈັດຂຶ້ນຢູ່ບ້ານພັກຂອງທ່ານປີເຕີ ໄຊຍະສອນ ລາວເວົ້າວ່າ:

"...ຊີວິດການເປັນຢູ່ຂອງບັນດາອ້າຍນ້ອງພະນັກໄດ້ມີການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ,

ເງິນເດືອນພື້ນຖານຂອງພະນັກງານຊັ້ນຕົ້ນແມ່ນ 650 ພັນກີບ ແຕ່ເມື່ອບວກເງິນຕ່າງໆ

ເຂົ້າໄປແລ້ວ ພະນັກງານໂສດທີ່ມີຜົນງານແລະຄຸນສົມບັດດີເດັ່ນຈະໄດ້ບໍ່ຕ່ຳກວ່າ 2 ລ້ານກີບ

ສຳລັບພະນັກງານທີ່ສ້າງຄອບຄົວຈະໄດ້ຫຼາຍຕາມຈຳນວນລູກ, ລາວມີລູກ 2 ຄົນ ແລະມີເມັຽ

ນຶ່ງຄົນ ໄດ້ 4 ລ້ານປາຍເກືອບ 5 ລ້ານ.

ນອກຈາກເງິນເດືອນພື້ນຖານແລ້ວ ເພິ່ນຍັງມີນະໂຍບາຍຊ່ອຍຈ່າຍຄ່ານ້ຳ ຄ່າໄຟ ຄ່ານ້ຳມັນລົດ

(ນ້ຳມັນຄົນຕ້ອງກຸ້ມຕົນເອງ). "

ຫຼັງຈາກງານລ້ຽງປະມານ 3 ອາທິດ, ທ່ານປີເຕີໄດ້ໂທມາຂໍຄວາມຊ່ອຍເຫຼືອຈາກເມັຽຂ້ອຍເພື່ອຝາກ

ອະດີດພະນັກງານຄົນນັ້ນເຂົ້າເຮັດວຽກເອົາເງິນສົດຢູ່ຟາມລ້ຽງໄກ່ເຖົ້າແກ່ໂຈ ພໍໄດ້ເງິນຕິດໂຕ

ເມືອຊື້ດິນຂຸດໜອງລ້ຽງປາຢູ່ບ້ານ. ເມື່ອວາງສາຍແລ້ວ ເມັຽຂ້ອຍຈຶ່ງເວົ້າຂຶ້ນວ່າ:

"...ເວົ້າມື້ນັ້ນຄືເວົ້າວ່າເມືອງລາວຈະເລີນກ້າວໜ້າຫາຢູ່ຫາກິນຈັ່ງໃດກະໄດ້ເງິນ ຊິມາເຮັດສະແຕກຫຍັງ

ວຽກລ້ຽງໄກ່ກັບຂ້ອຍ..." ຮາໆໆໆໆໆໆໆໆໆ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard