ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຂ່າວທີ່ເປັນຕາຢ້ານ?


ລະດັບອາວຸດໂສ

Status: Offline
Posts: 384
Date:
ເປັນຂ່າວທີ່ເປັນຕາຢ້ານ?
Permalink   


ຂ້າເດັກນ້ອຍເອົາອະໄວຍະວະ ທີ່ສາລະວັນເປັນພຽງຂ່າວລື

Date of News ວັນທີ 30/05/2014 - ເວລາ 09:06:51 ເບິ່ງ 190

ຂ່າວ: ນ້ຳ​ຫນຶ່ງ

   ດັງ​ສະຫນັ່ນ​ໃນ​ໂລກ​ອອນ​ລາຍນ໌​ກ່ຽວ​ກັບ​ເຫດການ ແລະ ຈັບ​ຄົນ​ຮ້າຍ​ຂ້າ​ເດັກນ້ອຍ​ເພື່ອ​ເອົາ​ອະ​ໄວ​ຍະ​ວະ​ຢູ່​ເມືອງ​ສາລະ​ວັນ ຫລ້າ​ສຸດ​ເຈົ້າເມືອງ​ອອກ​ມາ​ຢືນຢັນ​ເປັນ​ພຽງ​ຂ່າວ​ລື ພ້ອມ​ຮຽກຮ້ອງ​ປະຊາຊົນ​ຢ່າ​ແຕກ​ຕື່ນ ຂະນະ​ທີ່​ເວລາ​ນີ້​ໄດ້​ສັ່ງ​ໃຫ້​ເຈົ້າ​ທີ່​ຕາມ​ລ່າ​ສອງ​ຄົນ​ຮ້າຍ​ລັກ​ພາ​ຕົວ ​ນັກຮຽນ​ປະຖົມ​ບ້ານ​ຄອນ​ລາດ​ມາ​ລົງໂທດ​ຕາມ​ກົດຫມາຍ.

   ບ່າຍ​ວັນ​ທີ 29 ພຶດສະພາ​ທ່ານ ຄຳ​ເຫລັກ ອິນ​ດາ​ວົງ ເຈົ້າເມືອງໆ​ສາລະ​ວັນ ແຂວງ​ສາລະ​ວັນ ໄດ້​ຢືນຢັນ​ຕໍ່​ທີມ​ຂ່າວ​ສັງຄົມ​ຜ່ານ​ໂທລະສັບ​ວ່າ: ຂ່າວ​ກ່ຽວ​ກັບ​ເມືອງ​ສາລະ​ວັນ​ມີ​ການ​ຈັບ​ຕົວ​ໄດ້​ຜູ້​ກະທຳ​ຜິດ​ໃນ​ຂໍ້​ຫາ​ ຂ້າ​ເດັກນ້ອຍ ເພື່ອ​ເອົາ​ອະ​ໄວ​ຍະ​ວະ​ນັ້ນ​ແມ່ນ​ບໍ່​ມີ​ມູນ​ຄວາມ​ເປັນ​ຈິງ​ແຕ່​ຢ່າງໃດ ຊຶ່ງ​ການ​ສ້າງ​ຂ່າວ​ດັ່ງກ່າວ​ແມ່ນ​ຫວັງ​ຜົນ​ສ້າງ​ຄວາມ​ປັ່ນປ່ວນ​ເຮັດ​ໃຫ້​ ສັງຄົມ​ບໍ່​ມີ​ຄວາມ​ສະຫງົບ ທັງ​ນີ້​ ຍັງ​ເຮັດ​ໃຫ້​ປະຊາຊົນ​ພາຍ​ໃນ​ເມືອງ​ມີ​ຄວາມ​ແຕກ​ຕື່ນ​ບໍ່​ກ້າ​ທີ່​ຈະ​ອອກ​ໄປ ​ທຳ​ມາ​ຫາ​ກິນ ຫລື ທຳ​ການ​ຜະລິດ​ຕາມ​ວິຖີ​ຊີວິດ​ປະຈຳ​ວັນ​ທີ່​ເຄີຍ​ດຳເນີນ​ມາ.   

   ຊຶ່ງ​ເຫດການ​ຄວາມ​ເປັນ​ຈິງ​ທ່ານ​ເຈົ້າເມືອງ​ລະບຸ​ມີ​ຢູ່​ວ່າ: ໃນ​ເວລາ​ປະມານ 12:30 ໂມງ​ຂອງ​ວັນ​ທີ 13 ພຶດ​ສະພາ​ຜ່ານ​ມາ ທີ່​ໂຮງຮຽນ​ບ້ານ​ຄອນ​ລາດ​ຫ່າງ​ຈາກ​ເທສະ​ບານ​ເມືອງ​ປະມານ 14-15 ກີ​ໂລ​ແມັດ​ໄດ້​ມີ​ກຸ່ມ​ຄົນ​ບໍ່​ຫວັງ​ດີ​ລັກ​ເອົາ​ເດັກ​ນັກຮຽນ​ຊື່ວ່າ: ທ້າວ​ໂຫລ້ນ ອາຍຸ 13 ປີ​ເປັນ​ລູກ​ຂອງ​ທ້າວ ຫນູ​ກອນ ແລະ ນາງ​ ລຽນ​ ອາຊີບ​ຊາວນາ​ເປັນ​ປະຊາຊົນ​ບ້ານ​ຄອນ​ລາດ ຮຽນ​ຢູ່​ຫ້ອງ ​ປ.3 ຊຶ່ງ​ຈຳນວນ​ຄົນ​ຮ້າຍ​ມີ 2 ຄົນ ຜູ້​ທີ​ຫນຶ່ງ​ນຸ່ງ​ເສື້ອ​ສີແດງ, ໂສ້ງ​ສີຂຽວ, ຜົມ​ຍາວ; ສ່ວນ​ຜູ້​ທີ​ສອງ​ໃສ່​ຊຸດ​ຂຽວ​ຫມົດ ແລະ ຄົນ​ຮ້າຍ​ໄດ້​ນຳ​ຕົວ​ເດັກ​ໄປ​ຫ່າງ​ຈາກ​ໂຮງຮຽນ​ໄກ​ພໍ​ສົມຄວນ​ແລ້ວ​ກໍ່​ປ່ອຍ​ ຕົວ​ເດັກ​ເພາະ​ມີ​ຄູ​ຈັນ​ສະໄຫມ (ຄູ່​ຂອງ​ເດັກ​ດັ່ງກ່າວ) ແລ່ນນຳ ສ່ວນ​ຕົວ​ເດັກ​ເອງ​ແມ່ນ​ຍັງ​ມີ​ສະຕິ​ຮູ້ສຶກ​ຢູ່ ແຕ່​ວ່າ​ປາກ​ບໍ່​ອອກສຽງ​ໂດຍ​ປະຈຸ​ບັນ​ນີ້​ຕົວ​ເດັກ​ແມ່ນ​ຢູ່​ໃນ​ຄວາມ​ດູ​ແລ​ ຂອງ​ພໍ່​ແມ່ ແລະ ຄູ​ສອນ ແຕ່​ຄົນ​ຮ້າຍ​ຍັງ​ບໍ່​ຮູ້​ວ່າ​ໄປ​ທາງ​ໃດ​ທ່ານ ຄຳ​ເຫລັກ ອິນ​ດາ​ວົງ ກ່າວ.

   ແນວໃດ​ກໍ່​ດີ ຈາກ​ເຫດການ​ດັ່ງກ່າວ​ນັ້ນ​ມາ​ໃນ​ວັນ​ທີ 23 ຂອງ​ເດືອນ​ດຽວ​ກັນ​ທາງ​ຫ້ອງ​ວ່າການ​ປົກຄອງ​ເມືອງ​ສາລະ​ວັນ​ກໍໄດ້​ອອກ​ແຈ້ງ​ ການ​ໃຫ້​ແຕ່​ລະ​ກຸ່ມ​ບ້ານ​ທົ່ວ​ເມືອງ ເພີ່ມ​ທະວີ​ລະວັງ​ຕົວ​ຕໍ່​ກຸ່ມ​ຄົນ​ບໍ່​ດີ​ທີ່​ເຄື່ອນ​ໄຫວ​ຕາມ​ຈຸດ​ຕ່າງໆ​ ທັງ​ໃນ​ຕົວ​ເມືອງ ແລະ ຊົນນະບົດ​ເປັນຕົ້ນ​ແມ່ນ ການ​ຕົວະ​ຍົວະ​ຫລອກ​ລວງ, ລັກ​ເອົາ​ເດັກນ້ອຍ ຕະຫລອດ​ຮອດ​ລັກ​ຊັບ​ສິນ​ອື່ນໆ; ດ້ານ​ຄອບຄົວ​ພໍ່​ແມ່​ປະຊາຊົນ ຫຼື ຜູ້​ປົກຄອງ​ເດັກ​ເອົາໃຈໃສ່​ເບິ່ງ​ລູກ-ຫຼານ​ຂອງ​ຕົນ​ໃຫ້​ດີ, ບໍ່​ໃຫ້​ລູກຫຼານ​ຂອງ​ຕົນ​ຫຼິ້ນ​ໄປ​ຕາມ​ແຄມ​ທາງ​ສະຖານທີ່​ຕ່າງໆ​ທີ່​ຫ່າງ​ໄກ​ ໂດຍ​ບໍ່​ມີ​ຜູ້​ໃຫຍ່​ຢູ່​ນຳ.

   ສຳລັບ​ໂຮ​ງຮຽນ​ແຫ່ງ​ຕ່າງ​ໆນັບ​ທັງ​ຕົວ​ເມືອງ ແລະ ຊົນນະບົດ​ໃຫ້​ເອົາໃຈໃສ່​ຕິດຕາມ,ຄຸ້ມ​ຄອງ​ນັບ​ທັງ​ການ​ໄປ-ມາຕະຫລອດ​ຮອດ​ການ​ ພັກຜ່ອນ​ຂອງ​ນັກຮຽນ​ຢູ່​ໃນ​ໂຮງຮຽນ​ໃຫ້​ດີ ຖ້າວ່າ​ພົບ​ເຫັນ​ສະພາບ​ດັ່ງກ່າວ​ເກີດ​ຂຶ້ນ​ທີ່​ຜິດ​ປົກກະຕິ​ໃຫ້​ລາຍ​ງານ​ ເຈົ້າ​ຫນ້າທີ່ ປກສ-ກອງ​ຫລອນ​ບ້ານ ແລະ ເຈົ້າ​ຫນ້າທີ່​ກ່ຽວຂ້ອງ​ໃຫ້​ທັນ​ການ.



__________________
Anonymous

Date:
Permalink   

ທີ່ແທ້ເປັນພຽງຂ່າວລືເອງຫວະ



__________________
Anonymous

Date:
Permalink   

ເຄີຍຍິນແຕ່ ລັກພາຕົວຫລືໃສ່ຢາສະຫລົບແລ້ວລັກເອົາໝາກໄຂ່ຫລັງເບື້ອງໜື່ງ

ໃນເມືອງຈິນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard