ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຮັກສາການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບຄົນໃໝ່
Anonymous

Date:
ຮັກສາການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບຄົນໃໝ່
Permalink   


ສະຫາຍນີ້ແມ່ນຢູ່ຂ້າງໃດ ລະວ່າງ

ຫວຽດ, ຈີນ ຫລື ລາວ

 

ພິທີ​ປະກາດ​ການ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ຜູ້​ຮັກສາ​ການ​ຊົ່ວຄາວ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ມີ​ຂຶ້ນ​ວັນ​ທີ 30 ພຶດສະພາ 2014 ຢູ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໂດຍ​ມີ​ສະຫາຍ ຈັນ​ສີ ໂພ​ສີຄຳ ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ມີ​ຄະນະ​ນຳ ພະນັກງານ​ຫຼັກ​ແຫຼ່ງ​ອ້ອມ​ຂ້າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ພິທີ​ປະກາດ​ການ​ແຕ່ງຕັ້ງ​ຄັ້ງ​ນີ້ ແມ່ນ​ໄດ້​ຕົກລົງ​ແຕ່ງຕັ້ງ​ສະຫາຍ ພົນ​ຈັດຕະວາ ສົມ​ແກ້ວ ສີ​ລາ​ວົງ ກຳມະການ​ສູນ​ກາງ​ພັກ ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ທັງ​ນີ້​ກໍ່​ເພື່ອ​ແນໃສ່​ໃຫ້​ມີ​ຜູ້​ຊີ້​ນຳ-ນຳພາ ແລະ ຄຸ້ມ​ຄອງ​ບັນຊາ​ວຽກ​ງານ​ຮອບດ້ານ ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ເຮັດ​ໃຫ້​ວຽກ​ງານ​ໄດ້​ເຄື່ອນ​ໄຫວ ແລະ ດຳເນີນ​ໄປ​ຢ່າງ​ເປັນ​ປົກກະຕິ.

ການ​ປະກາດ​ແຕ່ງຕັ້ງ​ຄັ້ງ​ນີ້ ແມ່ນ​ປະຕິບັດ​ຕາມ​ມະຕິ​ຕົກລົງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ສະບັບ​ເລກ​ທີ 55/​ຄລສພ ລົງ​ວັນ​ທີ 21 ພຶດສະພາ 2014 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ດຳລັດ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກ​ທີ 186/​ນຍ ລົງ​ວັນ​ທີ 29 ພຶດສະພາ 2014 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຊົ່ວຄາວ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ອີງໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ອັນ​ຈຳເປັນ ແລະ ເລັ່ງ​ດ່ວນ​ຢູ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ກົດ​ລະບຽບ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ IX ໝວດ​ທີ II ມາດຕາ 8 ຂໍ້ 1 ການ​ຊີ້​ນຳ​ຂອງ​ກົມ​ການເມືອງ ແລະ ຄະນະ​ເລຂາທິການ​ສູນ​ກາງ​ພັກ ແລະ ອີງ​ຕາມ​ການ​ສະເໜີ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະບັບ​ເລກ​ທີ 150/​ຄຈສພ ລົງ​ວັນ​ທີ 28 ພຶດສະພາ 2014.

020420121242192.jpg



__________________
Anonymous

Date:
RE: ຮັກສາການລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບຄົນໃໝ່
Permalink   


ແຕ່ງຕັ້ງຜູ້​ຮັກສາ​ການ​ຊົ່ວຄາວ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ແລະ​ ຜູ້​ຮັກສາການ​ຊົ່ວຄາວ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ

 

 


 

 

Untitled-1.jpg

 

     ໃນ​ວັນ​ທີ 30 ພຶດສະພາ​ຜ່ານ​ມານີ້, ຢູ່​ກະຊວງ​ປ້ອງ​ກັນ​ປະ​ເທດໄດ້ມີພິທີປະ ກາດແຕ່ງຕັ້ງສະຫາຍພົນ​ຕີ ​ແສງ​ນວນ ​ໄຊ​ຍະ​ລາດ ​ເລຂາທິການ​ສູນ​ກາງ​ພັກ, ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ​ເລຂາ​ ຄະນະ​ບໍລິ ຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ປະ​ເທດພ້ອມ​ທັງ​ເປັນ​ຜູ້​ຮັກ​ສາ​ການ​ຊົ່ວຄາວ ລັດ ຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ໂດຍ​ໃຫ້​ກຽດ​​ເຂົ້າຮ່ວມ​ຂອງສະຫາຍ ບຸນ​ຍັງ ວໍລະ​ຈິດ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວໜ້າ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ ​ແລະ ​ໃນ​ວັນ​ດຽວ​ກັນ, ຢູ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບກໍ​ໄດ້​ມີ​ພິທີ​ປະກາດ​ແຕ່ງຕັ້ງສະຫາຍພົນ​ ຈັດຕະ ວາ ສົມ​ແກ້ວ ສີ​ລາ​ວົງ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ ຄວາມ​ສະຫງົບ ​ແລະ ​ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ​ລັດຖະ

ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ ​ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ສະຫາຍ ຈັນ​ສີ ​ໂພ​ສີຄຳ ​ເລ ຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະ ນະ​ຈັດຕັ້ງສູນ​ກາງ​ພັກ ​ໂດຍ​ການ​ແຕ່ງຕັ້ງດັ່ງກ່າວ​ນີ້​ແມ່ນ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ອັນ​ຈຳ​ເປັນ ​ແລະ ​ເລັ່ງດ່ວນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ພາຍ ຫລັງ​ອະດີດ​ລັດຖະມົນຕີ​ວ່າການ​ກະ ຊວງ​ປ້ອງ​ກັນ​ປະ​ເທດ ພົນ​ໂທ ດວງ​ໃຈ ພິຈິດ ​ແລະ ອະດີດ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ດຣ. ທອງ​ບັນ ​ແສງ​ອາພອນ ​ໄດ້​ເສຍ​ຊີວິດ​ຈາກ​ອຸປະຕິ​ເຫດ​ຍົນ​ຕົກ​ໃນ​ຂະນະ​ເດີນທາງ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ແຂວງ​ຊຽງ​ຂວາງ ເມື່ອ​ກາງ​ເດືອນ​ພຶດ ສະພາ​ຜ່ານ​ມາ.



__________________
Anonymous

Date:
Permalink   

ກົດຣັຖທັມນູນ ໝວດ VII ວ່າດ້ວຍຣັຖບານ ມາດຕາ 73 ເວົ້າວ່ານາຍົກຣັຖມົນຕຣີເປັນຜູ່ແຕ່ງຕັ້ງ

ຣັຖມົນຕຣີ ແຕ່ນີ້ພັດແມ່ນກະຊວງແຕ່ງຕັ້ງກັນເອງ, ແມ່ນບໍ່ລະ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard