ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນຂາດທາດບໍາຣຸງຮ່າງກາຍ ເສຖກິດ ກໍອ່ອນເພັຍ
Anonymous

Date:
ຄົນຂາດທາດບໍາຣຸງຮ່າງກາຍ ເສຖກິດ ກໍອ່ອນເພັຍ
Permalink   


ການຂາດ ສານອາຫານ ຂາດ ທາດບໍາຣຸງ ຂອງ ຜູ້ຄົນ ສົ່ງ ຜົລກະທົບ ຕໍ່ການ ເຕີບໂຕ ທາງເສຖກິດ ຂອງ ປະເທດ. ຕາມບົດ ຣາຍງານ ທີ່ອອກຜ່ານ ເວັບໄຊຕ ທະນາຄານ ໂລກ ໂດຍການ ສນັບສນູນ ຈາກ ກອງທຶນ Trust Fund ຂອງ ຍີ່ປຸ່ນ ເພື່ອສົ່ງເສີມ ອາຫານ ທາດບໍາຣຸງ ໃນລາວ.

ຢູ່ລາວ ການເສັຽ ຊີວິດ ຂອງ ເດັກນ້ອຍ ອາຍຸຫລຸດ 5 ປີ ຍ້ອນຂາດ ທາດບໍາຣຸງ ມີເຖິງ ເກືອບ 45 ສ່ວນຮ້ອຍ. ເດັກນ້ອຍ ຂາດ ອາຫານ ທາດ ບໍາຣຸງ ຕັ້ງແຕ່ ກ່ອນເກີດ ຈົນ ຮອດ 2 ປີ ມີຄວາມ ສ່ຽງສູງ ໃນການ ພັທນາ ຄວາມຮັບຮູ້ ຂອງເຂົາ ຊຶ່ງ ຈະສົ່ງຜົລ ກະທົບ ອັນບໍ່ດີ ໃສ່ ອັຕຣາ ການຜລິດ ແລະ ການເຕີບໂຕ ຂອງ ປະເທດລາວ ໃນ ອະນາຄົດ.

ການສູນເສັຽ ທາງ ເສຖກິດ ຍ້ອນ ເດັກນ້ອຍ ຂາດ ສານອາຫານ ກໍມີທັງ ການສູນເສັຍ ໂດຍກົງ ອັນອື່ນ ຕື່ມອີກ ເຊັ່ນການ ເພີ້ມການ ແບກຫາບ ຣະບົບ ປີ່ນປົວ ສຸຂພາບ ແລະ ການສູນເສັຽ ໂດຍກົງ ຂອງ ອັຕຣາ ການຜລິດ ຮວມ ຢູ່ດ້ວຍ.

ໂຣຄ ໂລຫິດຈາງ anemia ໃນວັຍເດັກ ພຽງ ຢ່າງດຽວ ເຮັດໃຫ້ຄ່າ ແຮງງານ ໃນວັຍ ຜູ້ໃຫຍ່ ຫລຸດລົງ 2 ຈຸດ 5 ສ່ວນຮ້ອຍ. ເດັກນ້ອຍລາວ ອາຍຸ ຫລຸດ 5 ປີ ທີ່ ຕົນໂຕ ຕໍ່າ ເຕັ້ຽ ບໍ່ສົມ ອາຍຸ ມີ ເຖິງ 44 ສ່ວນຮ້ອຍ. 27 ສ່ວນຮ້ອຍ ມີນໍ້າໜັກ ຕໍ່າກວ່າ ມາຕຖານ ແລະ 6 ເປີເຊັນ ເປັນຄົນຖິ້ມ. ເດັກນ້ອຍ ເກີດມາ ນໍ້າໜັກ ຕົວເບົາ ມີ 15 ເປີເຊັນ.

 

ຟັງ listen>>



__________________
Anonymous

Date:
RE: ຄົນຂາດທາດບໍາຣຸງຮ່າງກາຍ ເສຖກິດ ກໍອ່ອນເພັຍ
Permalink   


ເພິ່ນຫາກໍ່ສະເຫຼີມສະຫຼອງວັນເດັກນ້ອຍສາກົນຢ່າງຄຶກຄື້ນຢູ່ສູນການຄ້າໂອເຕັກສອງມື້ຜ່ານມານີ້ເອງ

ເພື່ອສະແດງໃຫ້ຊາວນະຄອນຫຼວງວຽງຈັນເຫັນວ່າເດັກນ້ອຍລາວມີຄວາມເບີກບານມ່ວນຊື່ນ ກິນແຊບ

ນຸ່ງງາມພາຍໃຕ້ຣະບອບໃໝ່ທີ່ນຳພາໂດຍພັກທີ່ສະຫຼາດສ່ອງໃສ, ແຕ່ໃນຂນະດຽວກັນ ເດັກນ້ອຍທີ່ອາໃສ

ຢູ່ຊົນນະບົດຫຼາຍລ້ານຄົນຂາດແຄນອາຫານບຳລຸງລ້ຽງຮ່າງກາຍ.

ນີ້ບໍການນຳທີ່ສະຫຼາດສ່ອງໃສທີ່ຕ້ອງເຂັ່ນຂ້າປະຊາຊົນຕົນເອງທາງອ້ອມ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard