ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຈີນຍິ້ມໃນກົກແຂ້ວ
ທ້າວບຸນຖອງ

Date:
ຈີນຍິ້ມໃນກົກແຂ້ວ
Permalink   


2014_03_05_UkraineChina1.jpg

ຂ່າວລັບຈາກວົງໃນແຈ້ງໃຫ້ຊາບວ່າ ຜູ່ນຳຈີນແລະຜູ່ນຳຣັສເຊັຽໄດ້ເຊັນສັນຍາຕົກລົງຊື້ຂາຍພະລັງງານ

ໃນຣາຄາຖືກເປັນເວລາ 30 ປີ ຊຶ່ງສະແດງເຖິງໄຊຊະນະຂອງທັງສອງຝ່າຍ.

ຈີນເປັນປະເທດທີ່ຫິວພະລັງງານມາໃຊ້ໃນໂຮງງານອຸດສະຫະກັມ ແຕ່ບໍ່ສາມາດຜລິດແກສທັມມະຊາດ

ມາໃຊ້ທົດແທນພະລັງງານໄຟຟ້າໄດ້ຕາມທີ່ຕ້ອງການ, ໃນຂນະດຽວກັນ ຣັສເຊັຽກໍ່ຕ້ອງການເງິນມາ

ໃຊ້ຈ່າຍເພາະຢູໂຣບບໍ່ຊື້ພະລັງງານນຳ ສະນັ້ນ ຣັສເຊັຽຈຶ່ງຕ້ອງກົ້ມຫົວເຂົ້າມາຂາຍແກສທັມມະຊາດໃນ

ຣາຄາຖືກໆໃຫ້ຈີນ.

ຖ້າເປັນແນວນີ້, ຄວາມຝັນທີ່ ສປປ ລາວ ຈະໄດ້ເປັນປະເທດໝໍ້ໄຟແຫ່ງເອເຊັຽຈະສະຫຼາຍໄປບໍ?



__________________
Anonymous

Date:
Permalink   

ພະລັງງານນັ້ນແມ່ນພວກແກັດສທຳມະຊາດບໍ?? ຖ້າແມ່ນລາວກໍຍັງໄດ້ປຽບໃນການຜະລິດໄຟຟ້ານຳ້ຕົກແລະກາຍເປັນໝໍ້ໄຟໃນອາຊີ

ແຕ່ເຖິ່ງວ່າລາວຈະມີໝໍ້ໄຟໃຫ່ຍກໍຕາມ ແຕ່ຕາມສັນຍາເຈົ້າຂອງຜູ້ລົງທືນຈະຂາຍແລະເອົາໝົດ ລາວພຽງໄດ້ໜອ້ຍໜຶ່ງຈົນກວ່າສັນຍາຈະໝົດກຳນົດ

ເວົ້າແລ້ວ ລາວມີໝໍ້ໄຟ ແຕ່ບໍ່ໄດ້ເງີນ.



__________________
Anonymous

Date:
Permalink   

ນັກລົງທຶນຕ່າງປະເທດເຂົ້າມາລົງທຶນສ້າງເຂື່ອນໃນລາວດພື່ອຫວັງຜົນກຳໄລ

ຈາກການຂາຍກະແສໄຟຟ້າໃຫ້ຈີນ ແຕ່ເມື່ອຈີນມີອາຍແກສທຳມະຊາດໃຊ້

ຄວາມຕ້ອງການດ້ານພະລັງງານໄຟຟ້າກໍ່ນ້ອຍລົງ ບໍ່ຈຳເປັນຕ້ອງຊື້ພະລັງງານ

ໄຟຟ້າຈາກລາວອີກ, ເມື່ອຈີນບໍ່ຊື້ ເຖິງວ່າເຂື່ອນເຫຼົ່ານັ້ນຈະກາຍເປັນຂອງລາວ

ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຄົນໃນປະເທດລາວຈະຈ່າຍຄ່າໄຟນ້ອຍລົງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard