ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ມອບພຣະພຸດທະຮູບທີ່ຢຶດໄດ້ ໃຫ້ພະແນກ ຖວທ ນະຄອນຫຼວງ
Anonymous

Date:
ມອບພຣະພຸດທະຮູບທີ່ຢຶດໄດ້ ໃຫ້ພະແນກ ຖວທ ນະຄອນຫຼວງ
Permalink   


ມອບພຣະພຸດທະຮູບທີ່ຢຶດໄດ້ ໃຫ້ພະແນກ ຖວທ ນະຄອນຫຼວງ

ເວລາ​ປະມານ 14 ໂມງ 30 ນາທີ​ຂອງ​ວັນ​ທີ 4 ມິຖຸນາ 2014 ທີ່​ຜ່ານ​ມາ ເຈົ້າ​ໜ້າທີ່​ພະ​ແນກ​ຕຳຫຼວດ​ປ້ອງ​ກັນ​ເສດຖະກິດ ນະຄອນຫຼວງ​ວຽງ​ຈັນ ໄດ້​ຮັບ​ການ​ລາຍ​ງານ​ຈາກ​ພົນລະເມືອງ​ດີ​ວ່າ: ພົບ​ເຫັນ​ພຣະ​ພຸດ​ທະ​ຮູບ​ເກົ່າ ຢູ່​ຄິວ​ລົດເມ​ຕະຫຼາດ​ຂົວ​ດິນ ນະຄອນຫຼວງ​ວຽງ​ຈັນ ດັ່ງນັ້ນ ທາງ​ເຈົ້າ​ໜ້າທີ່​ຈຶ່ງ​ໄດ້​ລົງ​ຕິດຕາມ ແລະ ກໍ່​ໄດ້​ພົບ​ເຫັນ​ພຣະ​ພຸດ​ທະ​ຮູບ​ຄ້າຍຄື​ທອງ ຈຳນວນ 6 ລາຍການ​ຄື: ພຣະ​ພຸດ​ທະ​ຮູບ​ໃຫຍ່ ຈຳນວນ 7 ອົງ ພຣະ​ພຸດ​ທະ​ຮູບ​ຂະໜາດ​ກາງ ຈຳນວນ 8 ອົງ ພຣະ​ພຸດ​ທະ​ຮູບ​ນັ່ງ​ເຮືອ ຈຳນວນ 1 ອົງ ຫີນ​ເຈັດ​ສີ ຈຳນວນ 4 ອັນ ແລະ ໝໍ້​ຫີນ​ນ້ອຍ ຈຳນວນ 3 ອັນ ຈຶ່ງ​ໄດ້​ຢຶດ​ໄວ້.

ຜ່ານ​ການ​ສອບ​ຖາມ​ຜູ້​ເປັນ​ເຈົ້າ​ຂອງ​ເຄື່ອງ​ວັດຖຸບູຮານ​ດັ່ງກ່າວ ຄື: ນາງ ໄມ​ລໍ ອາຍຸ 30 ປີ ອາຊີບ​ຄ້າຂາຍ ບ້ານ​ນາ​ຊູ ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ຜູ້ກ່ຽວ​ໄດ້​ຮັບ​ສາລະພາບ​ວ່າ: ພຣະ​ພຸດ​ທະ​ຮູບ​ຈຳນວນ 7 ອົງ ຜູ້ກ່ຽວ​ແມ່ນ​ຈະ​ເອົາ​ໄປ​ຖວາຍ​ຢູ່​ວັດ​ບ້ານ​ນາ​ຊູ ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ ສ່ວນ​ທີ່​ເຫຼືອ​ຜູ້ກ່ຽວ​ອ້າງ​ວ່າ​ເປັນ​ຂອງ​ນາງ ນ້ອງ ອາຍຸ 32 ປີ ອາຊີບ​ຄ້າຂາຍ ພັກ​ເຊົາ​ຢູ່​ບ້ານ​ໂພນ​ສະຫວ່າງ ເມືອງ​ຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ ດັ່ງນັ້ນ ໃນ​ຕອນ​ບ່າຍ​ວັນ​ທີ 5 ມິຖຸນາ 2014 ພະ​ແນກ​ຕຳຫຼວດ​ປ້ອງ​ກັນ​ເສດຖະກິດ ຈຶ່ງ​ໄດ້​ມອບ​ພຣະ​ພຸດ​ທະ​ຮູບ​ທັງ​ໝົດ​ທີ່​ຢຶດ​ມາ​ໄດ້​ນັ້ນ ມອບ​ໃຫ້​ແກ່​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ເປັນ​ຜູ້​ຄຸ້ມ​ຄອງ​ຮັກສາ​ໄວ້ ເຊິ່ງ​ກ່າວ​ມອບ​ໂດຍ​ທ່ານ ​ພັທ ຄຳ​ແພງ ໄຊ​ຍະ​ລາດ ຮອງ​ຫົວໜ້າ​ຫ້ອງ​ຕຳຫຼວດ ແລະ ກ່າວ​ຮັບ​ໂດຍ​ທ່ານ ໂຄຈອນ ແກ້ວ​ມະນີ​ວົງ ຮອງ​ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.



__________________
Anonymous

Date:
RE: ມອບພຣະພຸດທະຮູບທີ່ຢຶດໄດ້ ໃຫ້ພະແນກ ຖວທ ນະຄອນຫຼວງ
Permalink   


ພຣະພຸທຮູບດັ່ງກ່າວຄວນສະຖິດຢູ່ໃນວັດ, ບໍ່ແມ່ນຫວາ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard