ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ພາບສຸດທ້າຍຂອງກະສັດລາວ?
Anonymous

Date:
ພາບສຸດທ້າຍຂອງກະສັດລາວ?
Permalink   

https://www.facebook.com/photo.php?v=153489058065548&set=vb.100002133658505&type=2&theater

__________________
Anonymous

Date:
Permalink   

Anonymous wrote:

https://www.facebook.com/photo.php?v=153489058065548&set=vb.100002133658505&type=2&theater

 ພາບໃນຄລິບນາທີ ທີ່ 4.20 ເປັນພາບມື້ຣັຖະບານປະສົມສອງຝ່າຍພາກັນໄປ

ກິນນ້ຳສາບານຢູ່ທີ່ວັດອົງຕື້ວຽງຈັນໃນປີ 1974.

 ພວກເຂົາສາບານວ່າແນວໃດ?? ຈະປອງດອງບໍ??

 ຍັງຈື່ໄດ້ວ່າໃນວັນລັດຖະບານປະສົວພາກັນໄປກິນນ້ຳສາບານຢູ້ຕໍ່ໜ້າພຣະອົງຕື້ນັ້ນ ປະກົດວ່າ

ມີນ້ຳໄຫລຊຶມອອກມາຈາກພະເນດຂອງພຣະອົງຕື້ທັງສອງຂ້າງ ພາຍຫລັງກິນນ້ຳສາບານສິ້ນ

ສຸດລົງບໍ່ພໍເທົ່າໃດນາທີ. ເພື່ອແກ້ຂ່າວເຫຕຈະເກີດຂຶ້ນໃນພາຍໜ້າເພາະພຣະອົງຕື້ເພິ່ນອາດ

ຈະຮູ້ແລະເຫັນວ່າເຫຕການຢ່າງໃດຈະເກີດຂຶ້ນ ແລະເພື່ອສນັບສນູນລັດຖະບານປະສົມ ທາງ

ປະທານສະຫະພັນນັກສຶກສາຈຶ່ງຂຶ້ນກ່າວແລະອະທິບາຍໄປໃນເຊີງທາງຂອງວິທະຍາສາດວ່າ ພຣະ

ອົງຕື້ເປັນວັດຖຸໂລຫະທີ່ຢູ່ໃນສິມທີ່ມີຄວາມຊຸ່ມເປັນມາເປັນເວລາຫລາຍປີ ເມື່ອມາໂືກກະທົບກັບ

ອຸນນະພູມຮ້ອນເອົ້າຍ້ອນຄົນໜາແໜ້ນທີ່ຢູ່ໃນສິມ ຈຶ່ງເກີດຜົນເປັນອາຍນ້ຳຊຶມອອກມາທັງຕົວ

ຂອງພຣະອົງຕື້, ແຕ່ທາງສຽນຂອງເພິ່ນເປັນໂຄ່ງຈຶ່ງເກີດມີອາຍນ້ຳຫລາຍກ່ອນທຸກຈຸດ ແລະກໍ

ຍ້ອຍລົງມາໃສ່ຮ່ອງເບົ້າພະເນດຂອງເພິ່ນແລະກໍໄຫລຊືມຍ້ອຍລົງມາ ເພື່ອເບິ່ງແລ້ວກໍເໝືອນກັບ

ພຣະອົງຕື້ຮ້ອງໄຫ້. ຍາພໍ່ເຈົ້າອາວາດວັດອົງຕື້ອອກມເລົ່າໃນຮຸ່ງເຊົ້າວັນຕໍ່ມາວ່າ ພຣະອົງຕື້ມາເຂົ້າ

ຄວາມຝັນເພິ່ນແລະເລົ່າສູ່ເພິ່ນຟັງວ່າ ພຣະອົງຕື້ເພິ່ນຮ້ອງໄຫ້ ເພາະຝ່າຍໜຶ່ງທີ່ມາກິນນ້ຳສາບານນັ້ນ

ຈະທໍຣະຍົດ ແລະບໍ່ຖືສັຈະທັມໃນຫານສາບານຕໍ່ກັນ ແລະພ້ອມກັນນັ້ນພຣະອົງຕື້ຍັງບອກຍາພໍ່ອີກວ່າ

ກະສັດເມືອງລາວລ້າຊ້າງຫົ່ມຂາວຈະສູນພັນຈາກການກະທຳຂອງຝ່າຍທີ່ວາງແຜນທໍຣະຍົດມາແຕ່ຕົ້ນ

ແລະພ້ອມດ້ວຍບ່າວໄພ່ຣາຊະດອນກໍຈະຖືກໄລ່ຂ້າໄລ່ແກງຈົນເປັນຜົນໃຫ້ໄພ່ຟ້າປະຊາກອນຕ້ອງຫຼົບໜີ

ອອກຈາກປະເທດ ແລະຖືກຂ້າຕາຍຢ່າງມາກມາຍ, ດັ່ງນັ້ນພຣະອົງຕື້ຈຶ່ງຮ້ອງໄຫ້.

ທຸກຢ່າງກໍເປັນຄວາມຈິງດັ່ງຍາພໍ່ເຈົ້າອາວາດວັດອົງຕື້ອອກາເລົ່າຄວາມຝັນສູ່ຟັງ ດັ່ງເຫຕການໄດ້ເກີດຂຶ້ນ

ທີ່ເຮົາເຫັນຜ່ານມານັ້ນ. ພວກຄິດຊົດທໍຣະຍົດຕໍ່ຄຳສາບານ ຊາດ ແລະ ປະຊາຊົນແມ່ນຝ່າຍລາວ ຄມນ

ແລະໃນອີກບໍ່ຊ້າພວກທີ່ກິນນ້ຳສາບານນັ້ນກໍຈະຈາກໂລກນີ້ໄປໝົດແລ້ວ. ພວກກິນນ້ຳສາບານຝ່າຍລາວ

ແດງ ພາກັນຕາຍນ້ຳຖ້ວມປອດໝົດທຸກຄົນທີ່ຜ່ານມາ ແລະຄຳສາບານຈະສືບຕໍ່ໄປຮອດ 7 ຊົ່ວໂຄດເພາະ

ຢູ່ໃນຄຳສາບານນັ້ນກ່າວໄວ້ວ່າຖ້າໃຜທໍຣະຍົດໃຫ້ມີອັນເປັນໄປຈົນຮອດ 7 ຊົ່ວໂຄດ. ດັ່ງນັ້ນພວກລູກຫລານ

ເຫຼັນຫຼ້ອນຂອງຝ່າຍແນວລາວໄດ້ກິນນ້ຳສາບານຕ້ອງຮັບກັມນີ້ຕໍ່ໄປຈົນຮອດ 7 ຊົ່ວໂຄດ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us

Create your own FREE Forum
Report Abuse
Powered by ActiveBoard