ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຈຸດຢືນຂອງສປປລບັນຫາທະເລຈີນໃຕ້
Anonymous

Date:
ຈຸດຢືນຂອງສປປລບັນຫາທະເລຈີນໃຕ້
Permalink   


ກະຊວງການຕ່າງປະເທດແຫ່ງ ສປປລາວສົ່ງຈົດໝາຍທາງລັດຖະການເຖິງສະຖານເອກອັກຄະລັດຖະທູດ ສສ ຫວຽນາມປະ ຈໍາລາວ

 


 
     ໃນວັນທີ 23 ມິຖຸນາ 2014 ນີ້ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍທາງການເຖິງສະຖານເອກອັກ ຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ນະຄອນຫລວງວຽງຈັນກ່ຽວກັບສະພາບການຢູ່ທະເລຈີນໃຕ້ເຊິ່ງ ມີເນື້ອໃນດັ່ງນີ້: 
    ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂໍສະແດງຄວາມນັບຖືມາຍັງສະຖານເອກ ອັກຄະລັດຖະທູດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມທີ່ນະຄອນຫລວງວຽງຈັນ, ໂດຍອີງຕາມໜັງສືສະບັບເລກທີ 335-14 /CHDSQ-LA, ລົງວັນທີ 7 ພຶດສະພາ 2014 ແລະ ສະບັບເລກທີ 438-14CHDSQ-LA, ລົງວັນທີ 5 ມິຖຸນາ 2014 ກ່ຽວກັບສະພາບ ການຢູ່ທະເລຈີນໃຕ້ ແລະ ຂໍຖືເປັນກຽດແຈ້ງໃຫ້ຊາບດັ່ງລຸ່ມນີ້: 
          ສປປ ລາວ ເຫັນວ່າ ທະເລ ຈີນໃຕ້ແມ່ນພາກພື້ນທີ່ມີຄວາມສຳຄັນ ແລະ ອ່ອນໄຫວ, ສະນັ້ນ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນນີ້ ຂອງໂລກຈຶ່ງມີຄວາມສຳຄັນຫລາຍ.
          ສປປ ລາວ ໄດ້ຕິດຕາມສະ ພາບຢ່າງໃກ້ຊິດ ແລະ ມີຄວາມ ເປັນຫ່ວງຕໍ່ສະພາບການໃນທະ ເລຈີນໃຕ້ ແລະ ຮຽກ ຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃຊ້ຄວາມອົດ ກັ້ນ ແລະ ຫລີກລ່ຽງການກະ ທຳໃດໆທີ່ອາດຈະເພີ່ມຄວາມ ເຄັ່ງຕຶງຢູ່ຂົງເຂດດັ່ງ ກ່າວ ແລະ ເພື່ອແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີປາສະຈາກການຂົ່ມຂູ່ ຫລື ນຳໃຊ້ກຳລັງ, ໂດຍສອດຄ່ອງ ກັບບັນດາຫລັກ ການຂອງກົດໝາຍສາກົນ, ລວມທັງສົນທິສັນ ຍາຂອງອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS). 

         ສປປ ລາວ ເຫັນວ່າ ທ່ວງ ທ່າທີ່ດີໃນການຈັດຕັ້ງປະຕິບັດຖະແຫລງການແຫ່ງການປະພຶດຂອງບັນດາຝ່າຍ ໃນທະເລ ຈີນໃຕ້ (DOC), ລວມທັງທ່ວງທ່າທາງບວກຂອງການປຶກສາຫາລືທາງການກ່ຽວກັບກົດແຫ່ງການປະພຶດ (COC) ທີ່ພວມ ດຳເນີນຢູ່ປັດຈຸບັນຄວນຈະຕ້ອງໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ, ເຊິ່ງຈະເປັນການປະກອບສ່ວນໃຫ້ແກ່ການປົກປັກ ຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນທະເລຈີນໃຕ້.
   ກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາທິ ປະໄຕປະຊາຊົນລາວ ສະເໜີຂໍຄວາມຮ່ວມມືມາຍັງສະຖານ ເອກອັກຄະລັດຖະທູດແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມຊ່ວຍແຈ້ງຂໍ້ມູນດັ່ງກ່າວໄປຍັງພາກສ່ວນກ່ຽວຂ້ອງ ຂອງ ສສ ຫວຽດນາມ ຕາມທາງຄວນດ້ວຍ ແລະ ອີກເທື່ອໜຶ່ງຂໍສະແດງຄວາມນັບຖືຢ່າງສູງມານະໂອກາດນີ້ດ້ວຍ.


__________________
Anonymous

Date:
Permalink   

ນ້ອງຊາຍຢ້ານອ້າຍເຈັບໂຕຄືຕອນປີ 1979 ຈຶ່ງບອກໃຫ້ອ້າຍອົດກັ້ນ.



__________________
Anonymous

Date:
Permalink   

Anonymous wrote:

ນ້ອງຊາຍຢ້ານອ້າຍເຈັບໂຕຄືຕອນປີ 1979 ຈຶ່ງບອກໃຫ້ອ້າຍອົດກັ້ນ.


 ນ້ອງຊາຍກໍ່ຢ້ານອ້າຍເອີ້ນໄປບັງລູກປືນເຈັກໃຫ້ພ້ອມທັງບໍ່ທັນຢາກຕາຍປະເງິນ

ຂາຍປະເຫດຊາດ ແລະ ປະຊາຊົນ,ຈຶ່ງບອກອ້າຍວ່າຢ່າໄປແຫຍມເຈັກເລີຍ.

ບໍ່ດັ່ງນັ້ນມີຫວັງຫຳພວກເຮົາເຫຼື້ອມແນ່ໆ.



__________________
Anonymous

Date:
Permalink   

ເປັນທາງເລືອກທີ່ດີທີ່ສຸດ

ເພາະລາວຍັງຕອ້ງການຊ່ວຍເຫລືອຈາກແກວແລະເຈັກ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard