ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ຮັກສາການ ເຈົ້າຄອງກຳແພງນະຄອນຄົນໃໝ່


ລະດັບອາວຸດໂສ

Status: Offline
Posts: 384
Date:
ຮັກສາການ ເຈົ້າຄອງກຳແພງນະຄອນຄົນໃໝ່
Permalink   


ພິທີ​ປະກາດ​ການ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ໃນ​ວັນ​ທີ 29 ພຶດສະພາ ທີ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ​ດຣ. ບຸນ​ປອນ ບຸດ​ຕະ​ນະ​ວົງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ມີ​ສະຫາຍ​ຄະນະ​ປະຈຳ​ພັກ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ຄະນະ​ພັກ ພ້ອມ​ບັນດາ​ພາກສ່ວນ​ກ່ຽວຂ້ອງ.

ອີງ​ຕາມ​ມະຕິ​ຕົກລົງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ສະບັບ​ເລກ​ທີ 56/​ຄລສພ ລົງ​ວັນ​ທີ 21 ພຶດສະພາ 2014 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ນະຄອນຫຼວງ​ວຽງ​ຈັນ ແລະ ດຳລັດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສະບັບ​ເລກ​ທີ 187/​ນຍ ລົງ​ວັນ​ທີ 29 ພຶດສະພາ 2014 ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຊົ່ວຄາວ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ໄດ້​ແຕ່ງຕັ້ງ​ເອົາ​ສະຫາຍ ສົມ​ວັນ​ດີ ນາ​ຖາ​ວົງ ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ນວ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ.

ໃນ​ໂອກາດ​ດັ່ງກ່າວ ສະຫາຍ ບຸນ​ປອນ ບຸດ​ຕະ​ນະ​ວົງ ໄດ້​ໂອ​ລົມ​ຕໍ່​ການ​ນຳ​ຄະນະ​ພັກ ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ການ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ຕອບ​ສະໜອງ​ໃນ​ການ​ຊີ້​ນຳໆ​ພາ​ວຽກ​ງານ​ໃນ​ຕໍ່​ໄປ ກົມ​ການເມືອງ​ສູນ​ກາງ​ພັກ​ໄດ້​ປຶກສາ​ຫາລື ແລະ ໃຫ້ການ​ຊີ້​ນຳ​ໃນ​ການ​ຄົ້ນຄວ້າ​ຜູ້​ທີ່​ມາ​ເຮັດ​ວຽກ​ປ່ຽນ​ແທນ ເນື່ອງ​ຈາກ​ໜ້າທີ່​ການເມືອງ​ຂອງ​ພັກ ຍາມ​ໃດ​ກໍ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ ແລະ ບໍ່​ສາມາດ​ຂາດ​ໄດ້ ດັ່ງນັ້ນ ໃນ​ໄລຍະ​ທີ່​ຍັງ​ບໍ່​ສາມາດ​ຄັດ​ເລືອກ​ຜູ້​ທີ່​ຈະ​ມາ​ເປັນ​ໄດ້​ຢ່າງ​ສົມບູນ​ ນັ້ນ ຈຳເປັນ​ຕ້ອງ​ໄດ້​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຂຶ້ນ.

ນອກ​ນັ້ນ ສະຫາຍ​ຍັງ​ໄດ້​ເນັ້ນ​ໃຫ້​ເອົາໃຈໃສ່​ສືບຕໍ່​ສຶກ​ສາ​ອົບຮົມ ດ້ານ​ການເມືອງ​ແນວ​ຄິດ ຕິດຕາມ​ກວດກາ​ຕອບ​ໂຕ້​ຂໍ້​ມູນ​ຂ່າວສານ​ທີ່​ບິດ​ເບືອນ​ຄວາມ​ຈິງ ທີ່​ສະແດງ​ເຖິງ​ການ​ໃສ່​ຮ້າຍ​ປ້າຍ​ສີ ການ​ແບ່ງ​ແຍກ ແລະ ອື່ນໆ ພ້ອມ​ນັ້ນ​ກໍ່​ຍັງ​ຮຽກຮ້ອງ​ໃຫ້​ສືບຕໍ່​ເອົາໃຈໃສ່ ຊີ້​ນຳໆ​ພາ​ວຽກ​ງານ​ຮອບດ້ານ​ຂອງ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ແຕ່​ລະ​ຂະແໜງການ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ມີ​ປະ​ສິດທິ​ຜົນ ຄຽງ​ຄູ່​ກັບ​ການ​ສ້າງ​ຂະ​ບວນ​ການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ເມືອງ ໃຫ້​ໄດ້​ຮັບ​ຜົນສຳເລັດ.



__________________


ລະດັບອາວຸດໂສ

Status: Offline
Posts: 384
Date:
Permalink   

ແທນທ່ານ ເຈືອງ



ພິທີ​ປະກາດ​ການ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ຜູ້​ຮັກສາ​ການ​ຊົ່ວຄາວ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໄດ້​ມີ​ຂຶ້ນ​ວັນ​ທີ 29 ພຶດສະພາ 2014 ຢູ່​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໂດຍ​ມີ​ສະຫາຍ ຈັນ​ສີ ໂພ​ສີຄຳ ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະຫາຍ ສີ​ສຸກ ພິລາ​ວົງ ຮອງ​ເລຂາ​ຄະນະ​ພັກ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ແລະ ພະນັກງານ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ພິທີ​ປະກາດ​ການ​ແຕ່ງຕັ້ງ​ຄັ້ງ​ນີ້ ແມ່ນ​ໄດ້​ຕົກລົງ​ແຕ່ງຕັ້ງ ສະຫາຍ ສີ​ສຸກ ພິລາ​ວົງ ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ທັງ​ເປັນ​ຜູ້​ຮັກສາ​ການ​ຊົ່ວຄາວ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ທັງ​ນີ້​ກໍ່​ເພື່ອ​ແນໃສ່​ໃຫ້​ມີ​ຜູ້​ຊີ້​ນຳ-ນຳພາ ແລະ ຄຸ້ມ​ຄອງ​ບັນຊາ​ວຽກ​ງານ​ຮອບດ້ານ ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ເຮັດ​ໃຫ້​ວຽກ​ງານ​ໄດ້​ເຄື່ອນ​ໄຫວ ແລະ ດຳເນີນ​ໄປ​ຢ່າງ​ເປັນ​ປົກກະຕິ.

ການ​ປະກາດ​ແຕ່ງຕັ້ງ​ຄັ້ງ​ນີ້ ແມ່ນ​ປະຕິບັດ​ຕາມ​ມະຕິ​ຕົກລົງ ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ສະບັບ​ເລກ​ທີ 57/​ຄລສພ ລົງ​ວັນ​ທີ 21 ພຶດສະພາ 2014 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ຜູ້​ຮັກສາ​ການ​ຊົ່ວຄາວ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ຜູ້​ຮັກສາ​ການ​ຊົ່ວຄາວ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ອີງໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ອັນ​ຈຳເປັນ ແລະ ເລັ່ງ​ດ່ວນ​ຢູ່​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ແລະ ກົດ​ລະບຽບ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ IX ໝວດ​ທີ II ມາດຕາ 8 ຂໍ້ 1.


__________________
Anonymous

Date:
Permalink   

still be acting Minister??



__________________
Page 1 of 1  sorted by
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard