ສົນທະນາທົ່ວໄປ

Members Login
Username 
 
Password 
    Remember Me  
Post Info TOPIC: ລອດຕາຍໄດ້ 5 ລ້ານກີບ
Anonymous

Date:
ລອດຕາຍໄດ້ 5 ລ້ານກີບ
Permalink   


2.gif

ພົນຈັດຕວາ ທ່ານ ວິໄລ ຫຼ້າຄຳຟອງ ໄດ້ມອບເງິນຈຳນວນ 5 ລ້ານກີບໃຫ້ຮ້ອຍຕີ ນາງ ສຸພາວັນ ແກ້ວພັນທອງ

ນຶ່ງໃນ 3 ຄົນທີ່ລອດຊີວິດຈາກອຸບັດຕິເຫດຍົນ AN74 ຕົກຢູ່ຊຽງຂວາງໃນວັນທີ 17 ພຶສະພາ 2014.

ເພິ່ນວ່າຮ້ອຍຕີ ນາງ ວິພາວັນ ແກ້ວພັນທອງ ໄດ້ຮັບການປິ່ນປົວໃນຫ້ອງພິເສດຂອງໂຮງໝໍ 103 ແລະມີອາການ

ດີຂຶ້ນເປັນລຳດັບ.



__________________
Anonymous

Date:
Permalink   

ຄື​ໄດ້​ຍິນ​ວ່າ​ຕາຍ​ຕື່ມ​ຜູ້​ໜຶ່ງ ຍັງ​ບໍ່​ຕາຍ2ແມ່ນ​ຄວາມ​ຈິງ​ບໍ ໃຜ​ຮູ້ບອກ​ແດ່



__________________
ປຶກ

Date:
Permalink   

ເອີນໍ ລອດຕາຍໄດ້ ຫ້າລ້ານ, ບາດຜູ້ເສຍຊີວິດເດຊັ້ນໄດ້ຫຼາຍປານໃດ

ຖ້າໄດ້ຫຼາຍກວ່າຫ້າລ້ານຂ້ອຍຄິດວ່າ......

ປະຊາທິປະໄຕໝັ້ນຍືນໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ



__________________
Anonymous

Date:
Permalink   

ບໍ່ພໍຊື້ລົດຈັກ ?



__________________
Anonymous

Date:
Permalink   

only 5 million Kip ,I think just keep it secret.



__________________
Anonymous

Date:
Permalink   

ອອກໂຮງໝໍ ອາດຈະໄດ້ຂ້າມຊັ້ນພັນຕີ



__________________
Anonymous

Date:
Permalink   

ເປັນເງິນອັດປາກ.

5 ລ້ານກີບ ກໍປະມານ $630 ສຫຣ.ກໍຈິງ ແຕ່ຜູ່ລອດຕາຍ

ຜູ່ນີ້ກໍໄດ້ເປັນເສດຖີເງິນລ້ານເງິນກີບ (Millionaire Kips)

ໄປໃນຕົວແລ້ວ. ເອົາເງິນໄປຊື້ຫຍັງດີລະ? ຊື້ iPhone5 ຫຼື 6

ກໍບໍ່ພໍ ແຕ່ກໍຍັງໄຄກ່ອນບໍ່ໄດ້ຫຍັງ. ຢູ່ອາເມຣິກາຍັງບໍ່ໄດ້ຈັກ

ດັອນຖ້າບໍ່ຕາຍ ມີແຕ່ເຂົາຈ່າຍຄ່າໂຮງໝໍໃຫ້ເທົ່ານັ້ນ, ຖ້າວ່າ

ຕາຍແມ່ນໄດ້ຫລາຍແສນ$$ຢູ່ ບໍລຸດເຄິ່ງລ້ານ.

 



__________________
Anonymous

Date:
Permalink   

ສາຍການບິນ United, Southwest, ...ແລະສາຍການບິນອື່ນໆກໍ່ຄົງໃຫ້ຄ່າປ່ວຍການເຊັ່ນກັນ

ແຕ່ເຂົາບໍ່ເອົາມາມອບໃຫ້ຢູ່ໂຮງໝໍແບບນີ້ ຕ້ອງໄດ້ໄປເຊັນເອົາຢູ່ຫ້ອງການທະນາຍຄວາມເໝືອນ

ກັບຜູ່ປະສົບເຄາະຮ້າຍຈາກຣົຖເມອຸບັດຕິເຫດຫັ້ນລະ.



__________________
Anonymous

Date:
Permalink   

ການເລື່ອນຊັ້ນຕຳແໜ່ງຕອ້ງມີແນ່ນອນ

ສຳລັບຜູ້ຕາຍຄວນເອົາໄວ້ທີ່ສຸສານວິລະຊົນແຫ່ງຊາດ

 



__________________
Anonymous

Date:
Permalink   

ຜູ້ລອດຕາຍຍອ້ນຍົນຕົກເທື່ອນີ້ແມ່ນປະຕິຫານອີຫລີ

ເບິ່ງຮູບຊາກຍົນຈົນມຸ່ນອູ້ຍປູ້ຍ ເບິ່ງຊາກສົບທີ່ກູ້ມາໄດ້ບໍ່ມີອັນສົມບູນ

ເບີ່ງປ່າແປກຍັງມຸ່ນເປັນແລວຄືກັບເດີ່ນຍົນໃຫມ່

ອາດສີແມ່ນທາງດ້ານຫາງບໍ່ຖືກໄຟໃຫມ້ນັ້ນຊອ່ຍຊີວິດທັງສາມ ທີ່ອາດນັ່ງດ້ານຫລັງເນາະ

ເບິ່ງຄືຍົນສີຫັກເປັນສອງທ່ອນຍອ້ນເວລາໄຖໃສ່ກົກໄມ້ແລວ້ສວ່ນຫາງທີ່ມີຄົນທັງສາມຂາດອອກ ແລວ້ສວ່ນຫົວກໍຊັດລົງໄປຕຳຫລຸບແລວະກໍລະເບີດ

ນີ້ແມ່ນການວາດພາບຕາມຮູບຊື່ໆດອກບໍ່ແມ່ນຕາມຕົວຈິງ

ແຕ່ເຖິງຢ່າງໃດກໍດີໃຈນຳຜູ້ລອດຊີວິດມາໄດ້

ແລະເສັຍໃຈກັບການສູນເສັຍຜູ້ນຳລວມທັງພະນັກງານຄົນກ້າຫານຫລາຍທ່ານໃນຄັ້ງນີ້

 



__________________
Anonymous

Date:
Permalink   

ນາງວິພາວັນບໍ່ໄດ້ສໍ້ໂກງກິນບ້ານກິນເມືອງ ມະເຫສັກຫຼັກເມືອງແລະນາງທໍລະນີຈຶ່ງຮັບໄວ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Tweet this page Post to Digg Post to Del.icio.us


Create your own FREE Forum
Report Abuse
Powered by ActiveBoard